ພົບຜູ້ຕິດເຊື້ອໂຄວິດໃໝ່ 251 ຄົນ, ນະຄອນຫຼວງວຽງຈັນ 50 ຄົນ, ເສຍຊີວິດໃໝ່ 3 ຄົນ

142

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 18 ກຸມພາ ປີ 2022 ວ່າ

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 17 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2.676 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 251 ຄົນ (ຕິດເຊື້ອພາຍໃນ 247 ຄົນ ແລະ ນໍາເຂົ້າ 4 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 247 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 50 ຄົນ, ຫົວພັນ 33 ຄົນ, ສະຫວັນນະເຂດ 24 ຄົນ, ຊຽງຂວາງ 22 ຄົນ,ສາລະວັນ 21 ຄົນ, ຜົ້ງສາລີ 21 ຄົນ, ອັດຕະປື 14 ຄົນ, ວຽງຈັນ 13 ຄົນ, ຄຳມ່ວນ 9 ຄົນ, ຫຼວງພະບາງ 7 ຄົນ
ໄຊຍະບູລີ 7 ຄົນ, ບໍລິຄຳໄຊ 6 ຄົນ, ບໍ່ແກ້ວ 5 ຄົນ, ຈຳປາສັກ 4 ຄົນ, ເຊກອງ 4 ຄົນ, ຫຼວງນ້ຳທາ 4 ຄົນ ແລະ ໄຊສົມບູນ 3 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ຈາກ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 140.604 ຄົນ, ອອກໂຮງໝໍວານນີ້ 46 ຄົນ, ກຳລັງປິ່ນປົວ 3.176 ຄົນ ແລະ ເສຍຊີວິດ ທັງໝົດ 605 ຄົນ (ເສຍຊິວິດໃໝ່ 3 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 03 ຄົນ ຢູ່ ຫຼວງນ້ຳທາ 1 ຄົນ, ບໍລິຄຳໄຊ 1 ຄົນ ແລະ ຫົວພັນ 1 ຄົນ.