ມື້ນີ້ເສຍຊີວິດໃໝ່ 2 ຄົນ, ພົບໃໝ່ຜູ້ຕິດເຊື້ອໂຄວິດ 345 ຄົນ

50

ຄະນະສະເພະກິດ, ກະຊວງສາທາລະນະສຸກລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 16 ກຸມພາ ປີ 2022 ວ່າ ວັນທີ 15 ກຸມພາ 2022, ໄດ້ກວດວິເຄາະທັງໝົດ 2.753 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 345 ຄົນ (ຕິດເຊື້ອພາຍໃນ 332 ຄົນ ແລະ ນໍາເຂົ້າ 13 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 345 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 51 ຄົນ, ສະຫວັນນະເຂດ 23 ຄົນ, ຈຳປາສັກ 11 ຄົນ, ສາລະວັນ 8 ຄົນ, ເຊກອງ 1 ຄົນ, ອັດຕະປື 24 ຄົນ, ບໍ່ແກ້ວ 2 ຄົນ, ວຽງຈັນ 8 ຄົນ, ຫຼວງພະບາງ 3 ຄົນ


ຫຼວງນ້ຳທາ 1 ຄົນ, ອຸດົມໄຊ 6 ຄົນ, ຜົ້ງສາລີ 12 ຄົນ, ໄຊຍະບູລີ 30 ຄົນ, ຊຽງຂວາງ 31 ຄົນ, ຄຳມ່ວນ 20 ຄົນ, ບໍລິຄຳໄຊ 10 ຄົນ, ໄຊສົມບູນ 7 ຄົນ ແລະ ຫົວພັນ 84 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 13 ຄົນ ຈາກ ແຂວງສະຫວັນນະເຂດ 9 ຄົນ, ຈຳປາສັກ 2 ຄົນ, ບໍລິຄຳໄຊ 2 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ມີຜູ້ຕິດເຊື້ອທັງໝົດ ຢຸ່ໃນ ສປປ ລາວ 140.030 ຄົນ, ອອກໂຮງໝໍວານນີ້ 227 ຄົນ, ກຳລັງປິ່ນປົວ 3.404 ຄົນ ແລະ ເສຍຊີວິດທັງໝົດ 602 ຄົນ (ເສຍຊິວິດໃໝ່ 02 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 02 ຄົນ ທັງໝົດແມ່ນ ຢູ່ນະຄອນຫຼວງວຽງຈັນ