ຂ່າວດີ ທີມແຊັມລາວລີກ 1 ປີນີ້ຈະໄດ້ສິດໄປແຂ່ງຂັນລາຍການລະດັບພາກພື້ນເຖິງ 2 ລາຍການ

74

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດຂ່າວດີສໍາເລັດທີມແຊັມ ເປບຊີ ລາວລີກ 1 ລະດູການ 2022 ຈະໄດ້ສິດເປັນຕົວແທນຂອງ ສະໂມສອນຈາກ ສປປ ລາວ ເຂົ້າຮ່ວມ 2 ລາຍການໃຫຍ່ລະດັບພາກພື້ນກໍຄື ລາຍການຊີງແຊັມສະໂມສອນອາຊີ ກໍຄືລາຍການ AFC CUP ແລະ ລາຍການຊີງແຊັມສະໂມສອນອາຊຽນ ທີ່ເປັນລາຍການໃໝ່ ໃນປີ 2023.

ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ໃຫ້ສໍາພາດວ່າ: ເບິ່ງລາຍລະອຽດທີ່ຄລິບລຸ່ມນີ້:

ສະໂມສອນຈາກ ສປປ ລາວ ທີ່ເຄິີີຍເຂົ້າຮ່ວມການແຂ່ງຂັນລະດັບພາກພື້ນທີ່ຜ່ານມາເຄີຍມີພຽງ ເອັຟຊີ ຈັນທະບູລີ ກັບ ມາສເຕີ 7 ເອັຟຊີ ທີ່ເຄີຍເຂົ້າຮ່ວມການແຂ່ງຂັນບານເຕະ AFC CUP ເຊິ່ງຜົນງານດີທີ່ສຸດເຂົ້າເຖິງຮອບແບ່ງກຸ່ມເທົ່ານັ້ນ, ສ່ວນ AFC CUP ປີນີ້ແມ່ນ ຊ້າງນ້ອຍ ເອັຟຊີ ໄດ້ສິດເປັນຄັ້ງທໍາອິດກຽມລົງສະໜາມຮັບມຶືກັບ Visakha FC ທີມຈາກກໍາປູເຈຍ ໃນກາງເດືອນເມສາ 2022.
ຂ່າວ-ຮູບ: ຫຼ້າ ແລະ ຈ້ອນນີ