ປູກໝາກແຕງແຄນຕາລຸບ ປີໜຶ່ງມີລາຍຮັບບໍ່ຕ່ຳກວ່າ 20 ລ້ານກີບ

117

 

ຈະເຮັດອາຊີບໃດຂໍພຽງດຸໝັ່ນ ເຮັດແທ້ທຳຈີງບໍ່ລ້ຳລວຍກໍ່ກຸ້ມຕົນເອງໄດ້ບໍ່ຂັດສົນ ຄືກັບຄອບຄົວນີ້ເອົາດີກັບການປູກໝາກແຕງແຄນຕະລຸບຂາຍເປັນສິນຄ້າ ເພິ່ນກໍ່ມີລາຍຮັບແຕ່ລະປີບໍ່ຫຼຸດ 20 ລ້ານກີບ ເຖິງເປັນຈຳນວນເງິນບໍ່ຫຼວງຫຼາຍ ແຕ່ກໍ່ສາມາດນຳມາຈູນເຈືອຄອບຄົວໄດ້.


ຄອບຄົວ ນາງ ນາລີ ໄຊຍະທອນ ແມ່ນຄອບຄົວຕົວແບບ ໃນການປູກໝາກແຕງແຄນຕາລຸບ ຂາຍເປັນສິນຄ້າຢູ່ບ້ານຫ້ວຍ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເຊິ່ງພາຍໃນຄອບຄົວຂອງລາວມີແຮງງານທັງໝົດ 3 ຄົນ,ອາຊີບຕົ້ນຕໍແມ່ນເຮັດນາປູກເຂົ້າ ແລະ ມີອາຊີບເສີມດ້ວຍການປູກໝາກແຕງຂາຍ ເຊິ່ງຄອບຄົວຂອງລາວໄດ້ຫັນມາປູກໝາກແຕງແຄນຕາລຸບຂາຍເປັນເວລາ 3 ປີແລ້ວ ແລະ ກໍ່ໄດ້ຂະຫຍາຍເນື້ອທີ່ປູກຕື່ມໃນແຕ່ລະປີ.

ໂດຍຈະເລີ່ມລົງມືປູກໃນໄລຍະເດືອນທັນວາ ພາຍຫຼັງເກັບກ່ຽວເຂົ້ານາປີສຳເລັດ ໄປຈົນຮອດເດືອນກຸມພາ ( ໄລຍະ 3 ເດືອນ ) ສ່ວນປີນີ້ແມ່ນໄດ້ປູກໃນເນື້ອທີ່ ເກືອບ 1 ເຮັກຕາ ປະມານ 4.000ຂຸມ,ໂດຍໄດ້ນຳໃຊ້ທຶນທັງໝົດ 5 ລ້ານກວ່າກີບ,ໃນນີ້ແມ່ນໄດ້ນຳໃຊ້ເຂົ້າໃນການຊື້ແກ່ນເມັດພັນ,ຝຸ່ນຄອກ,ປຸ໋ຍເຄມີ ແລະ ຖົງກ້າເບ້ຍ ມາຮອດປັດຈຸບັນແມ່ນໄດ້ເລີ່ມເກັບກູ້ຜົນຜະລິດຂາຍແລ້ວ.

ສໍາລັບຂອດການຈໍາໜ່າຍ ແມ່ນຂາຍດ້ວຍຕົນເອງ ໃນລາຄາຂາຍຢູ່ກັບສວນ 9.000ກີບຕໍ່ 1 ກິໂລກຣາມ ( ລາຄາສົ່ງ ),ຖ້າອອກຂາຍຢູ່ນອກສວນແມ່ນຈະຂາຍໃນ ລາຄາ 13.000 ກີບຕໍ່ກິໂລກຣາມ ໃນປີຜ່ານມາ ຄອບຄົວ ນາງ ນາລີ ໄຊຍະທອນ ມີລາຍຮັບຈາກການຂາຍໝາກແຕງ 20 ກວ່າລ້ານກີບ ສໍາລັບປີ້ນີ້ ຄາດວ່າຈະໄດ້ ປະມານ 30 ລ້ານກີບ.


ນາງ ນາລີ ໄຊຍະທອນ ຍັງເວົ້າຕື່ມອີກວ່າ: ສຳບຸກຄົນໃດ ຫຼື ປະຊາວກະສິກອນຈາກຕ່າງບ້ານ,ຕ່າງເມືອງ ທີ່ມີຄວາມສົນໃຈຢາກຈະໄດ້ບົດຮຽນໃນການປູກໝາກແຕງແຄນຕາລຸບ ຕົນເອງກໍ່ຍິນດີທີ່ຈະແນະນຳ,ຖອດຖອນບົດຮຽນໃຫ້ໂດຍບໍ່ຄິດຄ່າຕອບແທນ.

ພາບ – ຂ່າວ: ອັກສອນສິນ ພົມມະຈັນ