3 ອ້າຍນ້ອງ ມີເຮືອນຢູ່ແລ້ວ ຂອບໃຈການຊ່ວຍເຫຼືອຈາກຫຼາຍພາກສ່ວນ

128

ການຊ່ວຍເຫຼືອຄົນ ຫຼື ສ້າງໃຫ້ພວກເຂົາມີຊີວິດໃໝ່ທີ່ດີ ເປັນການຕໍ່ຍອດ ແລະ ສ້າງກຸສົນອັນຍິ່ງໃຫຍ່ ເນື່ອງຈາກສິ່ງນີ້ເປັນພື້ນຖານທີ່ສຳຄັນສຳລັບການດຳລົງຊີວິດ ເຮັດໃຫ້ຜູ້ທີ່ບໍ່ມີທາງອອກໄດ້ມີຊີວິດທີ່ສົດໃສຂຶ້ນ ແລະພວກເຂົາເຫຼົ່ານີ້ອາດສ້າງປະໂຫຍດຕໍ່ຊຸມຊົນຕໍ່ໄປໄດ້.

ແຫລ່ງຂ່າວຈາກ ເມືອງວຽງທອງ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 9 ກຸມພາ ນີ້, ຊາວໝຸ່ມອາສາເມືອງວຽງທອງ ແຂວງ ບໍລິຄໍາໄຊ, ພ້ອມດ້ວຍນັກທຸລະກິດໝຸ່ມເມືອງ ຮ່ວມກັບຊາວໝຸ່ມບ້ານນາຕັນ ເມືອງວຽງທອງ ໄດ້ຮ່ວມແຮງຮ່ວມໃຈກັນປຸກເຮືອນຫລັງໃໝ່ໃຫ້ຄອບຄົວອານະຖາຈຳນວນ 1 ຄອບຄົວ ບ້ານນາຕັນ ພາຍໃຕ້ການຊີ້ນໍາ-ນຳພາຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະນຳຂອງເມືອງ.

ຄອບຄົວດັ່ງກ່າວ ແມ່ນຢູ່ຮ່ວມກັນ 3 ອ້າຍນ້ອງ (ພໍ່ ແລະ ແມ່ ໄດ້ເສຍຊີວິດໝົດ), ເຊິ່ງການປຸກເຮືອນໃນຄັ້ງນີ້ ໄດ້ພ້ອມກັນ ປັບສະຖານທີ່, ປຸກເຮືອນຫລັງໃໝ່ຂະໜາດ 4X8 ແມັດ ແລະ ດຶງໄຟຟ້າເຂົ້າໃໝ່.

ສຳລັບທຶນທີ່ນໍາໃຊ້ເຂົ້າໃນການປຸກເຮືອນໄດ້ມາຈາກການປະກອບສ່ວນຂອງບັນດານັກທຸລະກິດໜຸ່ມ, ບໍລິສັດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ການຊ່ວຍເຫລືອຈາກການນໍາຂອງເມືອງ, ບັນດາຫ້ອງການ ເປັນຕົ້ນແມ່ນ ວັດຖຸ, ອຸປະກອນ ແລະ ເຄື່ອງໃຊ້ຄົວເຮືອນ, ພ້ອມເງິນສົດຈຳນວນໜຶ່ງ ລວມມູນຄ່າທັງໝົດ 38 ລ້ານກວ່າກີບ.

ຫວັງວ່າຟ້າຫຼັງຝົນຈະສົດໃສຂຶ້ນ ຂໍໃຫ້ນ້ອງທັງ 3 ເປັນຄົນດີຂອງສັງຄົມ ແລະຕັ້ງໃຈສ້າງສາຊີວິດຂອງຕົນໃຫ້ກຸ້ມຢູ່ກຸ້ມກິນ ເປັນກຳລັງແຮງນ້ອຍໆຊ່ວຍສ້າງປະເທດຊາດຕໍ່ໄປ.