ປັບຂຶ້ນລາຄານ້ຳມັນເຊື້ອໄຟທຸກຊະນິດເລີ່ມວັນທີ 12 ກຸມພານີ້

401

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການ ສະບັບເລກທີ 0168/ອຄ, ລົງວັນທີ 10 ກຸມພາ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍໄດ້ປັບຂຶ້ນນ້ຳມັນເຊື້ອໄຟທຸກຊະນິດຄື: ນ້ຳມັນແອັດຊັງພິເສດ ປັບຂຶ້ນ 830 ກີບຕໍ່ລິດ, ນໍ້າມັນແອັດຊັງທຳມະດາ 670 ແລະ ກາຊວນ ປັບຂຶ້ນ 570 ກີບຕໍ່ລິດ ລາຄາປັບໃໝ່ໃຫ້ເລີ່ມປະຕິບັດເວລາ 6:00 ໂມງ ຂອງວັນທີ 12 ກຸມພາ 2022 ເປັນຕົ້ນໄປ.


ລາຍລະອຽດກຳນົດລາຄາການຈຳໜ່າຍໃນແຕ່ລະແຂວງດັ່ງຕາຕະລາງລຸ່ມນີ້
ນະຄອນຫຼວງວຽງຈັນ ແອັດຊັງພິເສດ 16.190 ກີບ/ລິດ ແອັດຊັງທໍາມະດາ14.280 ກີບ/ລິດ ກາຊວນ 12.520 ກີບ/ລິດ.
ແຂວງອຸດົມໄຊ ແອັດຊັງພິເສດ 16.670ກີບ/ລິດ ແອັດຊັງທໍາມະດາ14.760 ກີບ/ລິດ ກາຊວນ 13.000 ກີບ/ລິດ.

ແຂວງຫຼວງພະບາງ ແອັດຊັງພິເສດ 16.550 ກີບ/ລິດ ແອັດຊັງທໍາມະດາ 14.650 ກີບ/ລິດ ກາຊວນ 12.890 ກີບ/ລິດ.
ແຂວງຊຽງຂວາງ ແອັດຊັງພິເສດ 16.380 ກີບ/ລິດ ແອັດຊັງທໍາມະດາ 14.470 ກີບ/ລິດ ກາຊວນ 12.710 ກີບ/ລິດ.
ແຂວງສະຫວັນນະເຂດ ແອັດຊັງພິເສດ 16.220 ກີບ/ລິດ ແອັດຊັງທໍາມະດາ 14.310 ກີບ/ລິດ ກາຊວນ 12.550 ກີບ/ລິດ
ແຂວງຈໍາປາສັກ ແອັດຊັງພິເສດ 16.250 ກີບ/ລິດ ແອັດຊັງທໍາມະດາ 14.340 ກີບ/ລິດ ກາຊວນ 12.580 ກີບ/ລິດ.

ການປັບລາຄານ້ຳມັນເຊື້ອໄຟໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດຄັງແຮ່ນ້ຳມັນເຊື້ອໄຟທຸກຊະນິດເຫຼືອ 0 ກີບຕໍ່ລິດ, ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0098/ກຄພນ, ລົງວັນທີ 6 ກຸມພາ 2022 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0094/ອຄ, ລົງວັນທີ 26 ມັງກອນ 2022.

.

ຂ່າວ: ສັນຕິ