ມີທັງປັບຂຶ້ນ ແລະ ປັບລົງລາຄານ້ຳມັນເຊື້ອໄຟ, ແອັດຊັງພິເສດ ປັບຂຶ້ນ 220 ກີບຕໍ່ລິດ, ສ່ວນແອັດຊັງທຳມະດາ ແລະ ກາຊວນ ປັບລົງ ເລີ່ມເຊົ້າມື້ນີ້

85

ແຈ້ງການປັບລາຄານ້ຳມັນເຊື້ອໄຟທຸກຊະນິດ. ໃນນີ້, ມີທັງປັບຂຶ້ນ ແລະ ປັບລົງ ເຊິ່ງລາຄານໍ້າມັນແອັດຊັງພິເສດ ປັບຂຶ້ນ 220 ກີບຕໍ່ລິດ, ແອັດຊັງທຳມະດາ ປັບລົງ 220 ກີບຕໍ່ລິດ ແລະ ກາຊວນ ປັບລົງ 330 ກີບຕໍ່ລິດ ເລີ່ມປະຕິບັດ 27 ຕຸລານີ້ ເວລາ 6:00 ໂມງ ຖືເປັນການປັບລາຄານໍ້າມັນຄັ້ງທີ 4 ຂອງເດືອນຕຸລາ.

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງ ເລກທີ 1506/ອຄ, ລົງວັນທີ 26 ຕຸລາ 2022 ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ໂດຍແຈ້ງເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຊາບ ແລະ ປະຕິບັດ ດັ່ງນີ້:
1. ປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດ ຄື: ນໍ້າມັນແອັດຊັງພິເສດ ປັບຂຶ້ນ 220 ກີບ/ລິດ ແລະ ນ້ຳມັນແອັດຊັງທຳມະດາ ປັບລົງ 220 ກິບ/ລິດ, ສ່ວນນໍ້າມັນກາຊວນ ປັບລົງ 330 ກີບ/ລິດ.
ລາຄາຕາມຕາຕະລາງລຸ່ມນີ້ ແມ່ນຈຸດນະຄອນຫຼວງວຽງຈັນ:

ທັງນີ້, ລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດວັນທີ 27 ຕຸລາ 2022, ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ, ການຄິດໄລ່ພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 1044/ກຄພນ, ລົງວັນທີ 26 ຕຸລາ 2022 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1461/ອຄ, ລົງວັນທີ 19 ຕຸລາ 2022. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.