ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດ ຄັ້ງທີ 3 ເດືອນຕຸລາ, ແອັດຊັງພິເສດຂຶ້ນຫຼາຍກວ່າໝູ່ 400 ກີບຕໍ່ລິດ

91

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເລກທີ 1461/ອຄ, ລົງວັນທີ 19 ຕຸລາ 2022 ແຈ້ງການເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ເພື່ອເຮັດໃຫ້ການປັບລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຂຶ້ນ-ລົງ ຕາມການເໜັງຕີງຂອງຕະ ຫຼາດໂລກ ທັງນີ້ກໍເພື່ອຮັບປະກັນການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ. ໂດຍເນື້ອໃນແຈ້ງການປັບລາຄາໄດ້ລະບຸໄວ້ວ່າ: ປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ທຸກຊະນິດ ຄື: ນໍ້າມັນແອັດຊັງພິເສດ ປັບຂຶ້ນ 400 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ ປັບຂຶ້ນ 170 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 200 ກີບ/ລິດ. ລາຄາຕາມຕາຕະລາງລຸ່ມນີ້ ແມ່ນຈຸດນະຄອນຫຼວງວຽງຈັນ:

ໂດຍການປັບລາຄາຄັ້ງນີ້ແມ່ນໃຫ້ປະຕິບັດໃນຂອບເຂດທົ່ວປະເທດເລີ່ມຈາກເວລາ 6:00 ໂມງຂອງວັນທີ 20 ຕຸລາ 2022 ເປັນຕົ້ນໄປ.
ຈາກແຈ້ງການດັ່ງກ່າວ ຖືວ່າເດືອນນີ້ເປັນຄັ້ງທີ 3 ຂອງການປັບລາຄານໍ້າມັນ ໂດຍກ່ອນໜ້ານີ້ມີການປັບມາແລ້ວ 2 ຄັ້ງຄື: ວັນທີ 7 ຕຸລາ ປັບລົງລາຄານໍ້າມັນແອັດຊັງ ທັງສອງປະເພດ -160 ແລະ -100 ພ້ອມປັບຂຶ້ນລາຄານໍ້າມັນກາຊວນ 120 ກີບ/ລິດ ຕໍ່ມາວັນທີ 14 ຕຸລາ ມີແຈ້ງການປັບຂຶ້ນລາຄານໍ້າມັນທັງ 3 ປະເພດຄື: ແອັດຊັງພິເສດ ປັບຂຶ້ນ 850 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 1.620 ກີບ/ລິດ ແລະ ນໍ້າມັນກາຊວນປັບຂຶ້ນ 1.660 ກີບ/ລິດ.

ລາຄາຂາຍຍ່ອຍໜ້າປໍ້ານໍ້າມັນເຊື້ອໄຟໃໝ່ ໃນເຂດເທສະບານແຂວງ, ນະຄອນຫຼວງວຽງຈັນ ເລີ່ມປະຕິບັດວັນທີ 20 ຕຸລາ 2022