9 ມື້ລຽນຕິດ, ຜູ້ຕິດເຊື້ອໂຄວິດບໍ່ຮອດ 500 ຄົນຕໍ່ມື້

65

ຄະນະສະເພາພກິດ, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 7 ກຸມພາ ປີ 2022 ວ່າ ວັນທີ 6 ກຸມພາ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.887 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 282 ຄົນ (ຕິດເຊື້ອພາຍໃນ 277 ຄົນ ແລະ ນໍາເຂົ້າ 5 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 277 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 48 ຄົນ, ຫົວພັນ 79 ຄົນ, ໄຊສົມບູນ 40 ຄົນ, ສະຫັວນນະເຂດ 18 ຄົນ

ບໍລິຄໍາໄຊ 14 ຄົນ, ໄຊຍະບູລີ 13 ຄົນ, ອັດຕະປື 12 ຄົນ, ຊຽງຂວາງ 11 ຄົນ, ຄໍາມ່ວນ 6 ຄົນ, ເຊກອງ 6 ຄົນ, ວຽງຈັນ 5 ຄົນ, ບໍ່ແກ້ວ 5 ຄົນ, ສາລະວັນ 5 ຄົນ
ອຸດົມໄຊ 5 ຄົນ, ຈໍາປາສັກ 4 ຄົນ, ຜົ້ງສາລີ 4 ຄົນ, ຫຼວງພະບາງ 2 ຄົນ, ຫຼວງນໍ້າທາ 0 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 5 ຄົນ ທັງໝົດຈາກ ນະຄອນຫຼວງ 3 ຄົນ, ຈຳປາສັກ 1 ຄົນ ແລະ ສະຫວັນນະເຂດ 01 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 136.720 ກໍລະນີ, ອອກໂຮງໝໍວານນີ້ 529 ຄົນ, ກຳລັງປິ່ນປົວ 4.014 ຄົນ ແລະ ເສຍຊີວິດສະສົມທັງໝົດ 574 ຄົນ (ເສຍຊິວິດໃໝ່ 05 ຄົນ).
ສຳລັບຜູ້ເສຍຊີວິດໃໝ່ 05 ຄົນ ຢູ່ ນະຄອນຫຼວງ 3 ຄົນ, ຫຼວງພະບາງ 1 ຄົນ ແລະ ຄຳມ່ວນ 1 ຄົນ.