ວາງສີລາລຶກ ການກໍ່ສ້າງໂຮງໝໍໄຊຍະເວດ ຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ

125

ພິທີວາງສີລາລຶກ ການກໍ່ສ້າງໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 2 ກຸມພາ 2022 ນີ້ ທີ່ບ້ານສີເມືອງ ເມືອງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ  ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເພັງນິລັນ ຄໍາພັນເພັງ  ປະທານປະຊາຊົນ ແຂວງໄຊຍະບູລີ.


ທ່ານ ດຣ ສຸກຄໍາພີ ບຸນຍາວົງ ຜູ້ລົງທຶນ ແລະ ອໍານວຍການໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວຂຶ້ນລາຍງານການກະກຽມການກໍ່ສ້າງ ແລະ ແຜນການດໍາເນີນງານ ກໍ່ສ້າງຕັ້ງໂຮງໝໍ ໄຊຍະເວດຈໍາກັດຜູ້ດຽວວ່າ:ໂຮງໝໍໄຊຍະເວດແມ່ນການລົງທຶນພາກໂຮງໝໍເອກະຊົນແຫ່ງທໍາອິດຂອງແຂວງໄຊຍະບູລີ ມູນຄ່າການລົງທຶນທັງໝົດ 15 ຕື້ກີບ ເປັນໂຮງໝໍຂະໜາດ 45 ຕຽງນອນ ( ລວມທັງຕຽງໄອຊີຢູ ) ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ໃນເນືອທີ່ທັງໝົດ 5 ພັນຕາເມັດ.

ເປັນການລົງທຶນຂອງເອກະຊົນພາຍໃນ ໂດຍ ທ່ານ ດຣ ສຸກຄໍາພີ ບຸນຍາວົງ ເປັນຜູ້ລົງທຶນ ແລະ ຖືຮຸ້ນ 100% ແບ່ງເປັນມູນຄ່າການກໍ່ສ້າງອາຄານ ຢ່າງເປັນລະບົບຄົບຊຸດ 6,4 ຕື້ກີບ, ເຊິ່ງປະກອບມີ 4 ຕຶກຄື: ຕຶກສອງຊັ້ນສໍາລັບບໍລິການຄົນເຈັບ 1 ຕຶກ, ຕຶກຊັ້ນດຽວ ເປັນຮ້ານອາຫານ ຮ້ານກາເຟ ແລະ ຊຸບເປີມາເກັດ 1 ຕຶກ ແລະ ຊັ້ນດຽວເປັນສາງເກັບຢາ, ຫ້ອງຊັກລີດ ແລະ ຫ້ອງເຢັນ ໂດຍປະກອບມີ 9 ຂະແໜງຄື: ຂະແໜງສຸກເສີນ, ຂະແໜງກວດເຂດນອກ, ຂະແໜງໄອຊີຢູຟື້ນຟູຊີບ ແລະ ວາງຢາສະຫຼົບ, ຂະແໜງພາຍນອກຜ່າຕັດ, ຂະແໜງພາຍໃນ, ຂະແໜງອອກລູກ – ພະຍາດຍິງ, ຂະແໜງເດັກນ້ອຍ, ຂະແໜງການຢາ ແລະ ຂະແໜງເອໂກ້ – ຮູບພາບລັງສີ, ກໍານົດເວລາການກໍ່ສ້າງອາຄານ 18 ເດືອນໃຫ້ສໍາເລັດ.

ທ່ານ ເພັງນິລັນ ຄໍາພັນເພັງ  ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນຕ່່ກັບການວາງສີລາລຶກ ໂຄງການກໍ່ສ້າງ ໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ, ຊ້ວນຊາຍວາງສີລາລຶກ ລັ່ນຄ້ອງ 9 ບາດພ້ອມທັງຕັດແຖບຜ້າ ປ່ອຍໝາກປູມເປົ້າ ຢ່າງເປັນທາງການ.