ໄປເບິ່ງບັນຍາກາດທີ່ແຂວງຫຼວງພະບາງ ກັບກິດຈະກໍາບານເຕະເຍົາວະຊົນ

108

ສະຫະພັນບານເຕະແຫ່ງຊາດລາວ ຮ່ວມກັບ ສະຫະພັນບານເຕະແຕ່ລະແຂວງຈັດກິດຈະກໍາບານເຕະເຍົາວະຊົນໃຫ້ກັບເດັກນ້ອຍທີ່ແຂວງຫຼວງພະບາງ ເມື່ອວັນທີ 4 ກຸມພາ 2022 ທີ່ສະໜາມບານເຕະແຂວງຫຼວງພະບາງ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກຂອງ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າສະຫະພັນບານເຕະແຕ່ລະແຂວງທົ່ວປະເທດລາວ ພ້ອມດ້ວຍຄູຝຶກ ແລະ ນັກກີລາເຂົ້າຮ່ວມ 100 ກວ່າຄົນ.

ໃນພິທີດັ່ງກ່າວໄດ້ມີການຈັດກິດຈະກໍາສອນບານເຕະຂັ້ນພື້ນຖານໃຫ້ກັບເດັກນ້ອຍທີ່ແຂວງຫຼວງບາງ ເພື່ອເປັນການປູກຈິດສໍານຶກ ແລະ ໃຫ້ເຂົ້າເຈົ້າໄດ້ຮຽນຮູ້ກີລາບານເຕະ ພ້ອມທັງມອບໝາກບານໃຫ້ກັບບັນດາໂຮງຮຽນທີ່ແຂວງດັ່ງກ່າວ ຫຼັງຈາກນັ້ນກໍມີການເຕະບານມິດຕະພາບລະຫວ່າງ ຄະນະສະຫະພັນບານເຕະແຫ່ງຊາດລາວ ສົມທົບກັບສະຫະພັນແຂວງອື່ນໆ ລົງແຂ່ງຂັນກັບ ທີມປະສົມແຂວງຫຼວງພະບາງຮຸ່ນອາວຸໂສ.