ສາທາເຕືອນ! ຢ່າໄດ້ເຫຼີງໂຄວິດແຜ່ໄວມາຈາກການເຕົ້າໂຮມຄົນ

111

ພະຍາດໂຄວິດ-19 ແມ່ນຍັງຈະຢູ່ກັບເຮົາໄປອີກດົນ ແຕ່ກໍ່ເຊື່ອວ່າຫຼາຍຄົນບໍ່ຢາກໃຫ້ຖືກກັບໂຕເອງ ໂດຍສະເພາະຄອບຄົວທີ່ມີລູກນ້ອຍ, ຜູ້ທີ່ມີຄົນແກ່ ມີໂລກປະຈຳຕົວຈະມີຄວາມພະຍາຍາມສູງບໍຢາກໃຫ້ພະຍາດນີ້ເຂົ້າມາໃກ້ ເຖິງແນວໃດກໍ່ຕາມ ໃນເທດສະການງານລ້ຽງງານບຸນເຫັນຈັດຂຶ້ນບໍ່ຂາດ ນີ້ອາດເປັນເສັ້ນທາງຄວາມສ່ຽງທີ່ບຸກຄົນທີ່ແຂງແຮງຈະນຳເອົາພະຍາດໄປແຜ່ໃຫ້ກັບຄົນຢູ່ທາງບ້ານກໍ່ເປັນໄດ້ ດັ່ງນັ້ນ, ກະຊວງສາທາເຕືອນຢ່າໄດ້ເຫຼີງໂດຍເດັດຂາດ.


ຕາມການລາຍງານຂອງທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບກນລະບາດພະຍາດໂຄວິດ-19 ຢູ່ ສປປລາວ ໂດຍໃຫ້ຮູ້ວ່າ: ໃນວັນທີ 31 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.850 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 585 ຄົນ (ຕິດເຊື້ອພາຍໃນ 584 ຄົນ ແລະ ນໍາເຂົ້າ 01 ຄົນ), ເສຍຊີວິດສະສົມທັງໝົດ 551 ຄົນ (ເສຍຊິວິດໃໝ່ 04 ຄົນ), ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ທັງໝົດ 134.438 ກໍລະນີ, ອອກໂຮງໝໍວານນີ້ 231 ຄົນ, ກຳລັງປິ່ນປົວ 5517 ຄົນ.

ສຳລັບຜູ້ເສຍຊີວິດໃໝ່ 04 ຄົນ ຈາກ ວຽງຈັນ 02 ຄົນ, ບໍລິຄໍາໄຊ 01 ຄົນ ແລະ ໄຊສົມບູນ 01 ຄົນ ໃນນີ້ ມີຜູ້ສູງອາຍຸ 5 ຄົນ ແລະ ບໍ່ສັກວັກຊິນ 4 ຄົນ. ສ່ວນການຕິດເຊື້ອນໍາເຂົ້າ ມີ 01 ຄົນຈາກ ແຂວງສະຫວັນນະເຂດ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 584 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:1 ຜົ້ງສາລີ 139 ຄົນ, 2 ນະຄອນຫຼວງ 102 ຄົນ, 3 ສາລະວັນ 49ຄົນ, 4 ຊຽງຂວາງ 31 ຄົນ, 5 ວຽງຈັນ 30 ຄົນ, 6 ບໍລິຄໍາໄຊ 30 ຄົນ, 7 ໄຊຍະບູລີ 28 ຄົນ, 8 ຫົວພັນ 27 ຄົນ, 9 ອຸດົມໄຊ 26 ຄົນ, 10 ໄຊສົມບູນ 25 ຄົນ, 11ເຊກອງ 20 ຄົນ, 12 ສະຫັວນນະເຂດ 18 ຄົນ, 13 ຄໍາມ່ວນ 16 ຄົນ, 14 ອັດຕະປື 15 ຄົນ, 15ບໍ່ແກ້ວ 11 ຄົນ, 16 ຫຼວງພະບາງ 10 ຄົນ, 17 ຈໍາປາສັກ 4 ຄົນ; ແລະ 18 ຫຼວງນໍ້າທາ 3 ຄົນ.


ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນສະພາບການລະບາດຢູ່ໃນ ສປປ ລາວ, ອັດຕາການຕິດເຊື້ອປະຈໍາວັນ ແມ່ນມີທ່າອຽງຫຼຸດລົງ ເຖິງຢ່າງໃດກໍ່ຕາມ ໃນໄລະນີ້ແມ່ນມີການຈັດງານສິລິມຸງຄຸນ ແລະ ພິທີທາງສາສະໜາ ເຊັ່ນ ການຈັດງານດອງ, ສະຫຼອງປີໃໝ່ຊາວຫວຽດນາມ ແລະ ຈີນ, ງານລ້ຽງສັງສັນ ເປັນຕົ້ນ. ຂໍໃຫ້ໃຫ້ທຸກຄົນໄດ້ເຂົ້າໃຈວ່າສາເຫດຫຼັກທີ່ພາໃຫ້ມີການຕິດເຊື້ອ ແມ່ນມາຈາກການເຕົ້່າໂຮມຍາດຕິພີ່ນ້ອງ ຫຼື ຄົນຈໍານວນຫຼາຍ, ການຮັບປະທານອາຫານຮ່ວມກັນເປັນກຸ່ມ ເຊິງຈະຕ້ອງໄດ້ເອົາຜ້າປິດປາກອອກ, ບໍ່ມີການຮັກສາໄລຍະຫ່າງ, ບໍ່ມີການໃສ່ຜ້າປິດປາກ-ດັງ.

ເຊິ່ງພຶດຕິກໍາດັ່ງກ່າວແມ່ນມີຄວາມສ່ຽງສູງໃນການຕິດເຊື້ອ ແລະ ນໍາເຊື້ອໄປແຜ່ໃສ່ຄົນອື່ນໃນຄອບຄົວ ແລະ ຄົນໃກ້ຊິດ ດັ່ງນັ້ນ, ຄະນະສະເພາະກິດ ຂໍຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ບໍ່ໃຫ້ລະເລິງ ແລະ ປະໝາດເດັດຂາດ ຕ້ອງມີສະຕິໃນການປ້ອງກັນຕົນເອງ ແລະ ຄົນອື່ນທີ່ຢູ່ໃກ້ຊິດ ພ້ອມທັງຫຼີກລ້ຽງການພົບປະກັນທີ່ມີຄົນຈໍານວນຫຼາຍ, ລ້າງມືເລື່ອຍໆໂດຍນໍ້າສະອາດໃສ່ສະບູ, ໃສ່ຜ້າປິດ-ປາກດັງ ແລະ ສໍາຜູ້ທີ່ຍັງບໍ່ທັນສັກວັກຊິນ ຫຼື ສັກແລ້ວແຕ່ຍັງບໍ່ຄົບ ແມ່ນຄວນໄປສັກໃຫ້ຄົບໂດສ.


ສໍາລັບຈຸດບໍລິການສັກວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເສດຖາທິລາດ, ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍ 5 ເມສາ, ໂຮງໝໍແມ່ ແລະ ເດັກເກີດໃໝ່ ແລະ ໂຮງໝໍເດັກ); ສໍາລັບ ຜູ້ທີ່ຕ້ອງການສັກວັກຊິນ ຊະນິດ Pfizer ເພື່ອເຂັ້ມກະຕຸ້ນ (ເຂັ້ມ 3): ຜູ້ສູງອາຍຸ, ກຸ່ມອາຍຸ 12-17 ປີ ແລະ ຜູ້ທີ່ມີພະຍາດປະຈໍາໂຕ ສາມາດໄປຮັບການບໍລິການ ໄດ້ທີ່: ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ), ສູນການຄ້າລາວ-ໄອເຕັກ (ວັນຈັນ – ສຸກ), ໂຮງໝໍສູນກາງ, ໂຮງໝໍເມືອງ 9 ຕົວເມືອງ ແລະ ສໍາລັບ ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ, ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້.