ເປີດຢ່າງເປັນທາງການແລ້ວ ຕະຫຼາດລາວຂາຍຍົກ-ຂາຍຍ່ອຍ

199

ພິທີເປີດຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ຈັດຂຶ້ນໃນວັນທີ 28 ມັງກອນ 2022ນີ້ ທີ່ບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ຂ້າງຄິວລົດເມຂົນສົ່ງໂດຍສານສາຍໃຕ້) ໂດຍການເຂົ້າຮ່ວມຂອງທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການໃຫຍ່ ຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ທຸລະກິດເຂົ້າຮ່ວມ.

ຈຸດປະສົງຫລັກຂອງການຈັດພິທີເປີດຕະຫຼາດລາວຂາຍຍົກ-ຂາຍຍ່ອຍໃນມື້ນີ້ ກໍເພື່ອເປັນການສົ່ງເສີມການຈັບຈ່າຍຊື້ຂາຍສິນຄ້າຂອງລາວເອງ ແລະ ທີ່ສໍາຄັນກໍເພື່ອສົ່ງເສີມຊາວຄ້າຂາຍ ຊາວກະສິກໍາຜູ້ທໍາການຜະລິດ ໃຫ້ມີບ່ອນກະຈາຍຊື້ຂາຍສິນຄ້າ ແລະ ທັງເພື່ອເປັນການສ້າງຄວາມໝັ້ນຄົງໃຫ້ຊາວກະສິກອນອີກດ້ວຍ.

ໃນພິທີ່ດັ່ງກ່າວ ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການໃຫຍ່ ຕະຫຼາດລາວຂາຍຍົກ-ຂາຍຍ່ອຍ ກໍໄດ້ໃຫ້ຮູ້ວ່າ: ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ໄດ້ຈັດສັນເພື່ອຮອງຮັບການຂາຍສິນຄ້າ ແລະ ບໍລິການປະມານ 1.002ຫົວ ໜ່ວຍ ໂດຍມີປະເພດເປັນໂຕະ ຈຳນວນ 670 ໂຕະ, ເປັນຫ້ອງ ຈຳນວນ 82 ຫ້ອງ ແລະ ລ໋ອກ 250 ລ໋ອກ. ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກຸ່ມຜະລິດກະສິກໍາທີ່ຕ້ອງການຕະຫຼາດຮອງຮັບສິນຄ້າຕະຫຼາດລາວ ຂາຍ ຍົກ-ຂາຍຍ່ອຍ ຈຶ່ງໄດ້ທໍາການທົດລອງເປີດບໍລິການໃນວັນທີ 21 ທັນວາ 2021 ເຊິ່ງມາຮອດມື້ນີ້ໄດ້ 37 ວັນ ມີ ພໍ່ຄ້າຊາວຂາຍ ແລະ ຕົວແທນຂອງກຸ່ມຜະລິດຕ່າງໆເຂົ້າມາຈັບຈອງແລ້ວຫຼາຍກວ່າ 80% ແລ້ວ.

ພ້ອມນີ້ ດ້ານການຈັດສັນ ແລະ ບໍລິການຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ: ຍ່ອຍ ມີເນື້ອທີ່ລວມປະມານ 7 ເຮັກຕາ ແບ່ງເປັນ 3 ໂຊນຫຼັກ ຄື: ຕະຫຼາດລາວ ຂາຍຍົກ-ຂາຍ (1) ໂຊນຕະຫຼາດຂາຍຍົກ(2) ໂຊນຕະຫຼາດຂາຍຍ່ອຍ(3) ໂຊນສາງເກັບມ້ຽນສິນຄ້າ (ສາງເຢັນສ້າງແຫ້ງ).

ທ່ານຍັງກ່າວຕື່ມວ່າ: ນອກນີ້ຍັງມີສິ່ງອຳນວຍຄວາມສະດວກ ເຊັ່ນ: ມີການຈອດລົດທີ່ສາມາດຮອງຮັບການຈອດລົດໄດ້ຫຼາຍກວ່າ 1,000 ຄັນ, ມີຫໍພັກຮອງຮັບພໍ່ຄ້າຊາວຂາຍຈາກຕ່າງແຂວງ 20 ຫ້ອງ, ມີຫ້ອງນ້ໍາ 2 ຈຸດ, ມີການຈັດສັນທາງ ເຂົ້າ-ອອກ ສະເພາະ