ສູດຢາຈາກຂີງ ຊ່ວຍປົວຫມາກໄຂ່ຫລັງເຊື່ອມ, ເຢັນຝາຕີນຝາມື

220

ຫຼາຍຄົນຄົງຮູ້ຈັກ ຂີງ ຂີງ ມີສັບພະຄຸນຫຼາຍຢ່າງ ດີຕໍ່ສຸຂະພາບ ແລະ ຮ່າງກາຍ ຜິວພັນເດີ້ ຊ່ວຍປົວຫມາກໄຂ່ຫລັງເຊື່ອມ, ເຢັນຝາຕີນຝາມື ເຫື່ອອອກຢູ່ຝາຕີນຝາມື, ຮ້ອນໃນ ຕຸ່ມຂື້ນ ພູມແພ້ ຖອກທ້ອງຍ້ອນກິນອາຫານແປກ
ດີເຈັບປວດຂໍ້ກະດູກ, ມຶນຊາ ຕີນມື, ນອນບໍ່ຫລັບ, ລຸກໄປຍ່ຽວກາງຄືນຫລາຍຄັ້ງ

ຜູ້ຍິງປະຈຳເດືອນບໍ່ມາເປັນປົກກະຕິ, ຄວາມດັນເລືອດຕ່ຳ ເລືອດຂື້ນສະຫມອງຊ້າ ມັກເປັນວິນ, ເຈັບຫົວ1ຂ້າງ, ຜູ້ຍິງເຈັບທ້ອງນ້ອຍ ເຈັບຕອນມີປະຈຳເດືອນ ແລະອື່ນໆ
ວິທີເຮັດຢາ

ຫົວຂີງ10ກລັມ ເກືອ1/2ບ່ວງກາເຟ ນ້ຳເຜີ້ງ2ບ່ວງ ນ້ຳ100ມລ, ຫົວຂີງລ້າງສະອາດ ເອົາທັງເປືອກ, ຕີແຕກຫົວຂີງ ຕົ້ມກັບນ້ຳ ແລະ ເກືອ, ຕົ້ມນ້ຳຟົດແລ້ວຫລຸດໄຟອ່ອນໆໃຫ້ນ້ຳຟົດອີກ3-5ນາທີ, ເຫຍັ້ນນ້ຳຢາໃສ່ຈອກ ແລ້ວໃສ່ນ້ຳເຜີ້ງ 2 ບ່ວງ

ກິນຕອນນ້ຳຢາຍັງອຸ່ນໆຮ້ອນໆ, ກິນຕອນແລງ ກິນແລ້ວໄປນອນເລີຍ
ສຳລັບຄົນມີຄວາມດັນເລືອດສູງແມ່ນກິນຕອນເຊົ້າ, ຄົນເຮັດວຽກກາງຄືນ ຕອນເຊົ້າເຮັດຢາກິນແລ້ວໄປນອນ, ເຮັດ5ມື້ພັກ5ມື້ ເຮັດຢາກິນ3ເດືອນຄວນພັກ30ມື້, ເຮັດ 3 ເດືອນເທື່ອທີ່ 2 ຄົນພັກ 45 ມື້.

ຂໍ້ມູນຈາກ: Dang Son
ຮຽບຮຽງ: ເມລີ