ສັນຍານທີ່ດີ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ເກົາຫລີ 28 ຄົນ

81

ຫຼັງຈາກທີ່ສະຖານະການໂຄວິດເລີ່ມຈາງລົງແນ່ ຫຼາຍປະເທດເລີ່ມເປີດ ແລະ ຕ້ອງການແຮງງານ ເພື່ອພື້ນຟູເສດຖະກິດຄືນ ທັງນີ້, ສູນບໍລິການຈັດຫາງານ ,ກະຊວງແຮງງານ ແລະສະຫວັດດີການສັງຄົມ(ຮສສ) ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດເກົາຫລີ ໃນຂະແໜງກະສິກໍາ ໂດຍຜ່ານການສອບເສັງຄັດເລືອກ ໄດ້ຈຳນວນ 28 ຄົນ.

ໃນວັນທີ 25 ມັງກອນ 2022 ທີ່ສະໜາມບິນວັດໄຕ, ນະຄອນຫຼວງວຽງຈັນ ເຂົ້າແຖວ check-in ເພື່ອຮັບປີ້ຍົນ ມຸ້ງໜ້າສູ່ປະເທດເກົາຫຼີ ເພື່ອໄປເຮັດວຽກໃນຂະແໜງກະສິກຳ ເຊິ່ງວ່າຈຳນວນແຮງງານດັ່ງກ່າວ ແມ່ນໄດ້ຜ່ານການອະນຸຍາດການຈ້າງງານ ຕາມລະບົບMOU .

ພ້ອມນີ້ສູນບໍລິການຈັດຫາງງານໄດ້ອົມຮົມໃຫ້ແກ່ແຮງງານທັງ28ຄົນ, ກ່ຽວກັບຂັ້ນຕອນຕ່າງໆຕັ້ງແຕ່ຂື້ນຍົນຈົນຮອດເກົາຫລີວ່າຈະຕ້ອງປະຕິບັດຄືແນວໃດແນ່, ວິທີກວດສອບເອກະສານເພື່ອທີ່ຈະສາມາດຍື່ນໃຫ້ເຈົ້າຫນ້າທີ່ໄດ້ຢ່າງຖືກຕ້ອງໃນແຕ່ລະດ່ານກວດກາ ແລະ ໃຫ້ຄຳແນະນຳຢ່າງລະອຽດຄົບຖ້ວນແກ່ແຮງງານເພື່ອບໍ່ໃຫ້ເກີດບັນຫາໃນຂັ້ນຕອນການເດີນທາງ.

ຫລັງຈາກເດີນທາງໄປຮອດປະເທດເກົາຫລີ ແລ້ວຈະຕ້ອງກັກຕົວ 14 ວັນຢູ່ໃນສະຖານທີ່ທີ່ກຳຫນົດໄວ້, ຫລັງຈາກນັ້ນນາຍຈ້າງຈຶ່ງຈະມາຮັບເອົາໄປຍັງບໍລິສັດ/ໂຮງງານຂອງຕົນເພື່ອເລິ່ມຕົ້ນເຮັດວຽກ.

(ຂ່າວສານຮສສ)