ມາແລ້ວຊຸດແຂ່ງຂອງ ຈໍາປາສັກ ເອັຟຊີ ໃຊ້ບໍລິການເຄື່ອງຄຸນນະພາບຈາກ ອີໂວ້

185

ຈໍາປາສັກ ເອັຟຊີ ເປີດເຜີຍຊຸດແຂ່ງ ກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ຢ່າງເປັນທາງການ ໃຈວັນທີ 26 ມັງກອນ 2022 ໂດຍເລືອກໃຊ້ຊຸດຂອງ ອີໂວ້ ສູນສໍາໜ່າຍເຄື່ອງກີລາຂອງຄົນລາວ ທີ່ໄດ້ຮ່ວມມືກັນກ່ອນໜ້ານີ້ ເຊິ່ງຊຸດດັ່ງກ່າວມີ 2 ສີຄື ສີຂ່າວ ແລະ ສີສົ້ມ

ກ່ອນໜ້ານີ້ ສະຫະພັນບານເຕະແຂວງຈໍາປາສັກ ປະກາດໃຊ້ ໂລໂກ້ປະຈໍາ ສະໂມສອນກີລາບານເຕະແຂວງຈໍາປາສັກ ຫຼື ຈໍາປາສັກ ເອັຟຊີ ທີ່ກຽມສົ່ງເຂົ້າຮ່ວມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ເຊິ່ງໂລໂກ້ດັ່ງກ່າວແມ່ນໂລໂກ້ຊະນະເລີດ ຫຼັງຈາກທີ່ມີການຄັດເລືອກຈາກຜູ້ອອກແບບເຖິງ 140 ແບບສົ່ງເຂົ້າປະກວດ ກ່ອນທີ່ໂລໂກ້ດັ່ງກ່າວຈະເປັນໂລໂກ້ຊະນະເລີດ ເພາະມີຄວາມງົດງາມ ແລະ ເຕັມໄປດ້ວຍຄວາມໝາຍ.

ສໍາລັບ ໂລໂກດັ່ງກ່າວ ມີຄວາມໝາຍດັ່ງນີ້:
1.ດອກຈໍາປາ: ເປັນດອກໄມ້ປະຈໍາຊາດ
2.ຜະສາດຫີນວັດພູຈໍາປາສັກ: ເປັນສູນລວມຈິດໃຈຂອງຊາວແຂວງຈໍາປາສັກ
3.ປາຂ່າ: ຫຼື ເອີ້ນວ່າ ປາໂລມານໍ້າຈືດ ແຫ່ງແມ່ນໍ້າຂອງເປັນອີກ 1 ຄວາມພາກພູມໃຈຂອງຊາວແຂວງຈໍາປາສັກ.
4.ສັນຍາລັກສີ: ຂາວ, ຟ້າ ແລະ ແດງ ເປັນສີປະຈໍາທຸງຊາດລາວ, ສ່ວນສີເຫຼືອງ ເປັນສີແຫ່ງຄວາມສຸກ, ຄວາມຫວັງ ແລະ ຄວາມມີຊີວິດຊີວາແຈ່ມໃສ

ໂດຍ: ຫຼ້າ MKP ຄັດຈາກ: F.C.Champasak; ຮູບຈາກ: F.C.Champasak