ຄູຝຶກ ແລະ ນັກເຕະຈາກຊຸດແຊັມບານເຕະທົ່ວປະເທດ ເຂົ້າຮ່ວມຝຶກຊ້ອມຄັດ ຢູ 23 ລາວ ຮຽບຮ້ອຍ

173

1 ຄູຝຶກ ແລະ 9 ນັກເຕະຈາກແຂວງຈໍາປາສັກ ຊຸດແຊັມບານເຕະທົ່ວປະເທດ ມຸ່ງໜ້າຂຶ້ນມາຝຶກຊ້ອມ ແລະ ກຽມຄັດເລືອກລຸ້ນຕິດທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ທີ່ນະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ ເມື່ອທ້າຍອາທິດທີ່ຜ່ານມາ ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊຽນ ປະຈໍາປີ 2022 ( AFF U23 Championship 2022 ) ທີ່ປະເທດກໍາປູເຈຍ.

ກ່ອນໜ້ານີ້ ສະຫະພັນບານແຕະແຂວງຈໍາປາສັກ ອອກໜັງສືນໍາສົ່ງ ນັກເຕະເຂົ້າຮ່ວມຝຶກຊ້ອມ ແລະ ຄັດເລືອກທີມຊາດລາວ ຢູ 23 ໂດຍລະບຸວ່າ: ອີງຕາມໃບສະເໜີຂອງ ສະຫະພັນບານເຕະແຫ່ງຊາດລາວ ທີ່ຮຽກຕົວນັກເຕະຈາກແຂວງຈໍາປາສັກ ເຂົ້າຮ່ວມ ໃນນາມສະຫະພັນບານເຕະແຂວງຈໍາປາສັກ ຂໍນໍາສົ່ງຕົວຄູຝຶກ ແລະ ນັກກິລາທີ່ສັງກັດໃນຄວາມຮັບຜິດຂອບຂອງສະຫະພັນບານເຕະແຂວງຈໍາປາສັກ ເຂົ້າຮ່ວມຝຶກແອບເພື່ອຄັດເລືອກ ແລະ ກະກຽມທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຂົ້າຮ່ວມການແຂ່ງຂັນບານເຕະ AFF U23 Championship 2022 ທີ່ປະເທດກໍາປູເຈຍ.

ເຊິ່ງປະກອບມີ 1 ຄູຝຶກ ແລະ 9 ນັກເຕະດັ່ງນີ້:
1.ທ່ານ ສຸບິນ ແກ້ວເພັດ ເປັນຜູ້ຊ່ວຍຄູຝຶກ
2.ທິບພະຈັນ ຄໍາໃບອ່ອນ ນັກກິລາ
3.ບຸນມີ ປິ່ນແກ້ວ ນັກກິລາ
4.ດາໝຸດ ທອງຄໍາສະຫວັດ ນັກກິລາ

5.ເພັດດາວັນ ສົມສະນິດ ນັກກິລາ
6.ຈັນນິຈອນ ຈັນທະວົງ ນັກກິລາ
7.ກ້ວຍເຈັງ ໜູພັກດີ ນັກກິລາ
8.ນະລົງສິດ ຈັນທະລັງສີ ນັກກິລາ
9.ພູວຽງ ພູມສະຫວັດ
10.ທອງສະໄໝ ປິ່ນນາລອນ

ຫຼ້າສຸດ ທິບພະຈັນ ຄໍາໃບອ່ອນ ໄດ້ເປີດເຜີຍຕໍ່ທີມຂ່າວເສດຖະກິດ-ການຄ້າຂອງພວກເຮົາໃນວັນພະຫັດທີ 20 ມັງກອນ 2022 ສັ້ນໆວ່າ: ກ່ອນໜ້ານີ້ທາງ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຂຽນໜັງສຶືຮຽກຕົວນັກເຕະຈາກແຂວງຈໍາປາສັກ ເຂົ້າຮ່ວມຝຶກຊ້ອມ ແລະ ຫຼ້າສຸດ ສະຫະບານເຕະແຂວງຈໍາປາສັກ ກໍໄດ້ນໍາສົ່ງ ນ້ອງ ແລະ ເພື່ອນຮ່ວມທີມແມ່ນໄດ້ເດີນທາງຂຶ້ນມານະຄອນຫຼວງວຽງຈັນ ເປັນທີ່ຮຽບຮ້ອຍ ເຊິ່ງກໍໄດ້ເລີ່ມຝຶກຊ້ອມແລ້ວ.