ປູກກາເຟໄດ້ 5 ປີ ເຮັດໃຫ້ມີລາຍຮັບປີໜຶ່ງສູງຫຼັກຮ້ອຍລ້ານ

152

ບໍ່ວ່າຈະເຮັດຫຍັງ ຖ້າມີຄວາມມຸ້ງໝັ້ນກ້າຕັດສິນໃຈເຖິງບໍ່ລ້ຳລວຍກໍ່ພໍມີຢູ່ມີກິນ ຕົວຢ່າງເລື່ອງລາວບຸກຄົນທີ່ເອົາມາຝາກແຟນຂ່າວມື້ນີ້ ເພິ່ນເນັ້ນການປູກກາເຟຢ່າງຈີງຈັງມາ 5 ປີເຕັມຜົນໄດ້ຮັບກໍ່ບໍ່ຫຼາຍບໍ່ໜ້ອຍປີລະ 100 ກວ່າລ້ານຖືວ່າຢູ່ໃນເກນທີ່ດີ. ສຳລັບເມືອງທ່າແຕງ ແຂວງເຊກອງ ໄດ້ຖືເອົາການສົ່ງເສີມການຜະລິດເປັນສິນຄ້າ ເປັນບັນຫາສໍາຄັນ ໂດຍເນັ້ນໃສ່ມູນເຊື້ອການຜະລິດ ກາເຟ. ໃນນີ້ ຄອບຄົວ ທ່ານ ຄໍາຈັກ ກອນບຸດເຕີ ບ້ານກໍາກອກ ເມືອງທ່າແຕງ ແຂວງເຊກອງ ກໍຢຶດຖືການປູກກາເຟ ເປັນສິນຄ້າ ເຊິ່ງຖືໄດ້ວ່າ ເປັນອີກຄອບຄົວໜຶ່ງ ທີ່ຊ່ວຍໃນການພັດທະນາເສດຖະກິດຂອງເມືອງ ໃຫ້ຈະເລີນເຕີບໂຕ. ປັດຈຸບັນຄອບຄົວທ່ານໄດ້ຄັດເລືອກໃຫ້ເປັນຄອບຄົວຕົວແບບໃນການປູກກາເຟ ຂອງເມືອງທ່າແຕງ.

ທ່ານ ຄໍາຈັກ ກອນບຸດເຕີ ອາຍຸ 41 ປີ ມີສະມາຊິກໃນຄອບຄົວທັງໝົດ 6 ຄົນ, ແຮງງານຫຼັກ 4 ຄົນ. ໃນເມື່ອກ່ອນ ຄອບຄົວລາວ ກໍປູກກາເຟພຽງແຕ່ໜ້ອຍດຽວ, ແຕ່ປູກແບບທໍາມະຊາດ. ຍ້ອນມີແນວທາງການພັດທະນາເສດຖະກິດ-ສັງຄົມ ຂອງພັກ-ລັດ ທີ່ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະ ກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ອີກຢ່າງໜຶ່ງກໍໄດ້, ຮູ້ໄດ້ເຫັນປະເທດອ້ອມຂ້າງໂດຍສະເພາະ ປະເທດຫວຽດນາມ ປູກກາເຟ ພຽງເນື້ອທີ່ໜ້ອຍດຽວ ແຕ່ຜົນເກັບກູ້ພັດສູງ ຈິ່ງເປັນແຮງບັນດານໃຈ ໃຫ້ກັຄິດຢາກລົງມືປູກກາເຟຢ່າງຈີງຈັງ.

ຈາກສິ່ງທີ່ເຫັນ ທ້ານຄຳຈັກໄດ້ຊອກຮູ້ຮໍ່າຮຽນ ບວກກັບ ວິຊາການຈາກຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງລົງຊຸກຍູ້ສົ່ງເສີມ ທາງດ້ານເຕັກນິກຕ່າງໆໃຫ້ຫັນການຜະລິດຈາກທໍາມະຊາດ ກ້າວເຂົ້າສູ່ ການຫັນເປັນອຸດສາຫະກໍາທັນສະໄໝ ຜະລິດເພື່ອເປັນສິນຄ້າ ດ້ວຍການຊອກແນວພັນຈາກຕ່າງປະເທດ ໂດຍສະເພາະປະເທດຫວຽດນາມມາ ແລະເລີ່ມລົງມືປູກທໍາອິດ ໃນປີ 2016 ຈໍານວນ 1 ເຮັກຕາ, ໂດຍເລັ່ງໃສ່ປູກກາເຟກາງ ເພາະເໝາະສົມກັບສະພາບດິນຟ້າອາກາດ ແລະໄລຍະເວລາຂອງການເກັບກ່ຽວ ພ້ອມທັງບົວລະບັດຮັກສາງ່າຍ,ໃຫ້ໝາກດົກ.

ຕໍ່ມາ ປີ 2017 ກໍໄດ້ລົງມືປູກຕື່ມອີກໃນເນື້ອທີ່ 2 ເຮັກຕາ ລວມເປັນ 3 ເຮັກຕາ ໄປຄຽງຄູ່ກັບການບົວລະບັດຮັກສາ ຕາມໄລຍະການຂະຫຍາຍຕົວຂອງຕົ້ນກາເຟ, ຕອນກິ່ງ-ງ່າ ແລະ ແໜງທີ່ເຫັນວ່າບໍ່ສໍາຄັນ ເພື່ອເຮັດໃຫ້ກາເຟອອກດອກໃຫ້ໝາກຫຼາຍ. ມາຮອດປັດຈຸບັນ ກາເຟທີ່ໄດ້ລົງມືປູກນັ້ນ ສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ 2 ຊຸດ, ລວມເປັນເງິນ 135.000.000ກີບ( ໜຶ່ງຮ້ອຍສາມສິບຫ້າລ້ານກີບ). ໂດຍໃນຊຸມປີຜ່ານມາ ສາມາດເກັບກ່ຽວກາເຟໝາກແດງໄດ້ 25 ໂຕນຕໍ່ປີ,ຄິດເປັນເງິນ ປະມານ 60 ລ້ານກວ່າກີບ.

ເພາະໃນໄລຍະນັ້ນກາເຟບໍ່ທັນເປັນລາຄາ ແຕ່ຕົກມາໃນປີນີ້ລາຄາຂອງກາເຟເຫັນວ່າດີພໍສົມຄວນ ຄາດວ່າຜົນເກັບກູກາເຟໃນປີນີ້ ຈະໄດ້ 30 ໂຕນ, ເປັນເງິນ ກໍປະມານ 150.000.000 ກີບ ( ໜຶ່ງຮ້ອຍຫ້າສິບລ້ານກີບ).ນອກນັ້ນ ຄອບຄົວທ່ານ ຄໍາຈັກ ກອນບຸດເຕີ ຍັງລ້ຽງງົວພື້ນບ້ານ, ລ້ຽງປາ ,ປູກຖົ່ວລຽນ ແລະ ໝາກໄມ້ກິນໝາກຊະນິດອື່ນໆຕື່ມອີກ ເພື່ອເປັນລາຍຮັບເສີມ ແລະ ແຮໄວ້ເປັນສະບຽງອາຫານໃຫ້ແກ່ຄອບຄົວ.

.

ທ່ານຄໍາຈັກ ກອນບຸດເຕີ ໃຫ້ຮູ້ຕື່ມອີກວ່າ:ໃນຕໍ່ໜ້າ ກໍມີແຜນທີ່ຈະຂະຫຍາຍເນື້ອທີ່ປູກກາເຟຕື່ມອີກ ຈໍານວນ 7 ເຮັກຕາ ເພື່ອສ້າງລາຍຮັບເພີ່ມເຕີມໃຫ້ກັບຄອບຄົວ ພາຄອບຄົວຫຼຸດພົ້ນຈາກຄວາມທຸກຍາກ ກ້າວໄປສູ່ ການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ ຂອງເມືອງກໍຄືແຂວງ ແລະ ປະເທດຊາດ.