ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 420 ຄົນດ ເສຍຊີວິດ 2 ກໍລະນີ

147

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 23 ມັງກອນ ປີ 2022 ວ່າ


ວັນທີ 22 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.717 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 420 (ຕິດເຊື້ອພາຍໃນ 420 ຄົນ ແລະ ນໍາເຂົ້າ 0 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 420 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນໂດຍລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 90 ຄົນ, ໄຊຍະບູລີ 50 ຄົນ, ຊຽງຂວາງ 44 ຄົນ, ບໍລິຄໍາໄຊ 31 ຄົນ, ສາລະວັນ 25 ຄົນ, ຄໍາມ່ວນ 22 ຄົນ, ຜົ້ງສາລີ 20 ຄົນ, ໄຊສົມບູນ 16 ຄົນຫົວພັນ 16 ຄົນ, ວຽງຈັນ 15 ຄົນ, ຫຼວງພະບາງ 14 ຄົນ, ສະຫັວນນະເຂດ 13 ຄົນ, ບໍ່ແກ້ວ 13 ຄົນ


ອຸດົມໄຊ 12 ຄົນ, ອັດຕະປື 12 ຄົນ, ຈໍາປາສັກ 11 ຄົນ, ເຊກອງ 9 ຄົນ, ຫຼວງນໍ້າທາ 7 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າແມ່ນບໍ່ມີ ຈາກ ນະຄອນຫຼວງ 1 ຄົນ, ແລະ ຈຳປາສັກ 2 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 129.956 ກໍລະນີ, ອອກໂຮງໝໍວານນີ້ 381 ຄົນ, ກຳລັງປິ່ນປົວ 7.911 ຄົນ ແລະ ເສຍຊີວິດສະສົມທັງໝົດ 526 ຄົນ (ເສຍຊີວິດໃໝ່ 2 ຄົນ)
ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ຈາກວຽງຈັນ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ.