ແຈ້ງທິດຊີ້ນໍາ ຕໍ່ມາດຕະການໂຄວິດ-19 ແລະ ກະກຽມເປີດການທ່ອງທ່ຽວສີຂຽວ

181

ການລໍຖ້າພະຍາດໃຫ້ຈາງອອກໄປຈາກສັງຄົມ ຄົງບໍ່ແມ່ນທາງອອກທີ່ດີແລ້ວສຳລັບການລະບາດຂອງໂຄວິດ-19ທີ່ແກ່ຍາວມາເປັນເວລາ 2 ປີເຕັມໆ ເຊິ່ງສ້າງຜົນກະທົບພໍສົມຄວນແກ່ການສ້າງສາພັດທະນາປະເທດຊາດ ແລະການດຳລົງຊີວິດຂອງປະຊາຊົນ ຈິ່ງຄວນເປີດກວ້າງ ແລະຄົ້ນຄວ້າພິຈາລະນາຜ່ອນຜັນບາງມາດຕະການທີ່ເຫັນວ່າມີຄວາມປອດໄພ ເພື່ອເພີ່ມໂອກາດໃນການຟື້ນຟູເສດຖະກິດ ແລະການໃຊ້ຊີວິດໃນສັງຄົມ.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງເລກທີ 13/ຫສນຍ ລົງວັນທີ 20ມັງກອນ2022 ເຖິງຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍລັດຖະມົນຕີກະຊວງສາທາລະນະສຸກ ກ່ຽວກັບທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການກະກຽມເປີດການທ່ອງທ່ຽວສີຂຽວ.

ໂດຍອີງຕາມທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ຄັ້ງວັນທີ 30-31 ທັນວາ 2021 ດັ່ງນັ້ນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງແຈ້ງທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ເພື່ອຈັດຕັ້ງຜັນຂະຫຍາຍ ດັ່ງນີ້:
1. ເຫັນດີໃຫ້ເປີດການທ່ອງທ່ຽວສີຂຽວ ຕາມແຜນການທີ່ໄດ້ກະກຽມໄວ້, ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຄືນ ມາດຕະການຕ່າງໆ ທີ່ໄດ້ກໍານົດອອກມານັ້ນ ຈະມີຄວາມຮັບປະກັນ ແລະ ສາມາດຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ 19 ທັງສາຍພັນໃໝ່ໂອໄມຄຣອນ (Oricron) ແລະ ສາຍພັນເດວາ (Delta) ໄດ້ບໍ່, ພ້ອມທັງປະເມີນຄືນຄວາມ ສ່ຽງແຕ່ລະໄລຍະ ເພື່ອໃຫ້ສາມາດກໍານົດມາດຕະການ ແລະ ແຜນການຮັບມືໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະ ແກ້ໄຂການແຜ່ລະບາດ ໄດ້ຢ່າງທັນການ.


ພ້ອມນັ້ນ ກໍຄົ້ນຄວ້າກ່ຽວກັບມາດຕະການຜ່ອນຜັນ ດັ່ງນີ້: ຄົ້ນຄວ້າກ່ຽວກັບການອະນຸມັດໃຫ້ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ໂດຍສະເພາະແມ່ນນັກທຸລະກິດ, ພະນັກງານ, ຜູ້ປະກອບການ ແລະ ອື່ນໆ ເພື່ອເປັນການດຶງດູດ ແລະ ຊຸກຍູ້ການດໍາເນີນທຸລະກິດ ແລະ ການລົງທຶນຕ່າງໆ ໃຫ້ສາມາດດຳເນີນໄດ້ຕາມແຜນການ; ຄົ້ນຄວ້າກ່ຽວກັບມາຕຕະການຜ່ອນຜັນໃຫ້ກັບກິດຈະການຕ່າງໆ ທີ່ບໍ່ມີຄວາມສ່ຽງ ໂດຍໃຫ້ຄົ້ນຄວ້າ ແລະ ກຳນົດມາດຕະການຜ່ອນຜັນຢ່າງຈະແຈ້ງ, ຮອບຄອບ ແລະ ຮັບປະກັນ ເພື່ອສົ່ງເສີມການທໍາມາຫາກິນພາຍໃນປະເທດເຮົາ ໃຫ້ມີຄວາມຄ່ອງຕົວຫຼາຍຂຶ້ນ.


ໃນນັ້ນ ເດັດຂາດບໍ່ອະນຸຍາດໃຫ້ຜ່ອນຜັນບັນດາຮ້ານບັນເທິງ, ຮ້ານກິນດື່ມ, ຄາລາໂອເກະ ແລະ ສະຖານທີ່ອື່ນໆ ທີ່ເຫັນວ່າຍັງມີຄວາມສ່ຽງສູງຢູ່ ທີ່ຈະພາໃຫ້ເກີດມີການແຜ່ລະບາດພະຍາດ ເປັນວົງກວ້າງ ແລະ ບໍ່ສາມາດຄວບຄຸມໄດ້, ກໍລະນີເກີດມີການລະບາດໜັກ ແລະ ແຜ່ກະຈາຍເປັນວົງກ້ວາງ ກໍ່ໃຫ້ຮີບຮ້ອນ ດຳເນີນການປະເມີນຄວາມສ່ຽງ ແລະ ວາງມາດຕະການຮັບມື, ຄວບຄຸມ ແລະ ແກ້ໄຂໃຫ້ທັນການ.


2.ໃຫ້ກະຊວງສາທາລະນະສຸກ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຄື: ເພີ່ມທະວີການຈັດຕັ້ງປະຕິບັດວຽກງານ ທີ່ມີຄວາມຈຳເປັນໃນໄລຍະນີ້ ເປັນຕົ້ນແມ່ນ: ການປິ່ນປົວ ແລະ ການກວດຫາເຊື້ອ ໂດຍໃຫ້ພາກເອກະຊົນມີສ່ວນຮ່ວມຕື່ມ ທັງໃຫ້ມີການໂຄສະນາ ຮູບແບບຕ່າງໆ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ສ້າງສິ່ງຈູງໃຈ ເພື່ອເຮັດໃຫ້ປະຊາຊົນ ຫຼື ຜູ້ບໍລິໂພກຂ່າວລັດຖະບານເຮົາ ມີຄວາມສົນໃຈ ແລະ ມີສະຕິລະວັງຕົວ ສູງຂື້ນ ໃນການດຳລົງຊີວິດປົກກະຕິແບບໃໝ່ (New normal).


ຮີບຮ້ອນດໍາເນີນການແຈກຢາຍ ແລະ ສັກວັກຊີນ ໃຫ້ໄດ້ຢ່າງທົ່ວເຖິງ ໂດຍສະເພາະ ການສັກວັກຊີນໃຫ້ກັບພະນັກງານຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນອື່ນໆ ໃຫ້ ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້; ສໍາລັບແພດ-ໝໍ ແລະ ພະນັກງານດ່ານໜ້າ ທີ່ຮັບຜິດຊອບວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ 19 ນັ້ນ ແມ່ນໃຫ້ຮີບຮ້ອນສັກວັກຊີນ ເຂັມສາມ (ເຂັມກະຕຸ້ນ) ໃຫ້ໄດ້ຢ່າງ ທົ່ວເຖິງ ແລະ ທັນການ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ ໃຫ້ມີຄວາມປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ.


ພ້ອມນັ້ນ ກໍ່ໃຫ້ສະຫຼຸບສັງລວມ ຈຳນວນວັກຊີນທີ່ໄດ້ຮັບ ແລະ ໄດ້ແຈກຢາຍຜ່ານມາຢ່າງລະອຽດ ເພື່ອໃຫ້ສາມາດ ກຳນົດຄວາມຕ້ອງການ ແລະ ຂຶ້ນແຜນແຈກຢາຍ, ຈັດຊື້ ແລະ ຂໍການສະໜັບສະໜູນ ໃນຕໍ່ໜ້າ; ໃຫ້ລາຍງານສະພາບການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ຜົນການຈັດຕັ້ງປະຕິບັດຕໍ່ ທ່ານ ນາຍົກ-ຮອງ ນາຍົກລັດຖະມົນຕີ ຊາບເປັນປົກກະຕິ.

ແຈ້ງການສະບັບເຕັມ