ເປັນບົດຮຽນສຳລັບວົງການເພງ ຫຼວງພະບາງສຶກສາອົບຮົມຜູ້ແຕ່ງເພງ “ເຮັດນົມສາບໍ່ຕ້ອງເຮັດນາ”

181

ການປະດິດຄິດແຕ່ງເພງທຸກຄົນສາມາດມີຄວາມຄິດທີ່ແຕກຕ່າງໄດ້ ເພື່ອຄວາມສ້າງສັນ ແຕ່ສີ່ງໜຶ່ງທີ່ຄວນຄໍານຶງຄືພາບລວມຂອງບ້ານເມືອງ ຄິດເຖິງຮີດຄອງປະເພນີຂອງຊາດ ເຮົາຢູ່ນຳສັງຄົມຕ້ອງຄິດເຖິງສັງຄົມ ຜົນທີ່ຈະຕາມມາດີຫຼືຮ້າຍກໍ່ຈາກຜູ້ບໍລິໂພກ ດັ່ງເພງ ເຮັດນົມສາບໍ່ຕ້ອງເຮັດນາ ຄວາມຈີງເນື້ອຫາກໍ່ດີ ແຕ່ພາດພັ້ງໄປຄຳສອງຄຳກໍ່ເປັນແນວໃໝ່ ຫຼ້າສຸດຂະແໜງການກ່ຽວຂ້ອງຂອງແຂວງໄດ້ເອີ້ນມາສຶກສາອົບຮົມແລ້ວ.

ໃນວັນທີ 18 ມັງກອນ 2022 ນີ້ ຂະແໜງວັດທະນະທຳ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ນຳໂດຍ ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຜູ້ຊີ້ນຳວຽກງານວັດທະນະທຳ, ພ້ອມດ້ວຍ ທ່ານ ວິໄລ ແກ້ວປະເສີດ ຫົວໜ້າຂະແໜງວັດທະນະທຳ ພ້ອມດ້ວຍຄະນະ, ໄດ້ຮຽກຕົວ ທ້າວ ພີມມະສອນ ພິລາຈັນ, ສັນຊາດ ລາວ, ອາຍຸ 31 ປີ, ຢູ່ບ້ານຊຽງແກ້ວ, ນະຄອນ ຫຼວງພະບາງ, ແຂວງຫຼວງພະບາງ ມາສຶກສາອົບຮົມ.

ທ້າວ ພີມມະສອນ ພິລາຈັນ ເປັນຜູ້ປະດິດຄິດແຕ່ງບົດເພງ ທີ່ມີຊື່ວ່າ: ເຮັດນົມສາບໍ່ຕ້ອງເຮັດນາ ແລະ ເພງ ອະສຽບອະ ເຊິ່ງມີເນື້ອຫາລາມົກອະນາຈານ ບໍ່ສອດຄອງກັບວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ, ທັງບໍ່ໄດ້ຜ່ານການກວດກາ ແລະອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ເກີດມີຫາງສຽງສັງຄົມວິພາກວິຈານຕ່າງໆນາໆ, ຜູ້ກ່ຽວໄດ້ລະເມີດ ຜິດຕໍ່ກົດໝາຍວ່າດ້ວຍສິນລະປະການສະແດງ ຄື:

1. ມາດຕາ 22 ການຂື້ນທະບຽນສິລະປິນ ໂດຍມີເນື້ອໃນວ່າ: ສິລິປິນທຸກຄົນ ແລະສິລະປິນການສະແດງທຸກປະເພດ ຕ້ອງໄດ້ຂື້ນທະບຽນນຳຂະແໜງຖະແຫຼງຂ່າວ, ວັດ ທະນະທຳ ແລະທ່ອງທ່ຽວ
2. ມາດຕາ 38 ການກວດກາຜະລິດຕະພັນສິລະປະການສະແດງ ມີເນື້ອໃນວ່າ: ເນຶ້ອໃນການເຄື່ອນໄຫວຂອງລາຍການສະແດງ ທຸກເນື້ອໃນທຸກປະເພດກ່ອນຈະນຳອອກສະແດງ, ເຜີຍແຜ່ ຊື້-ຂາຍ ຫຼືຜ່ານສື່ມວນຊົນທັງພາຍໃນ ແລະຕ່າງປະເທດ ຕ້ອງໄດ້ຜ່ານການກວດກາ ແລະຮັບອະນຸຍາດຢ່າງຖືກຕ້ອງ ຈາກຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ
3. ມາດຕາ 51 ຂໍ້ຫ້າມສຳລັບນັກສິລະປິນ ໃນຂໍ້ທີ 1 ຫ້າມປະດິດຄິດແຕ່ງ ຫຼືນຳເອົາສິລະປະການສະແດງ ທີ່ເປັນຜິດໄພ, ເຊື່ອມຊາມ, ຊອດກະຈາ, ລາມົກອະນາຈານ, ລົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອື່ນ, ກະຕຸກຄວາມຮຸນແຮງ, ອາຊະຍາກຳ, ສິ່ງເສບຕິດ, ການເຊື່ອຖືງົມງວາຍ ແລະອະບາຍຍະມຸກຕ່າງໆ
4. ກົດໝາຍ ວ່າດ້ວຍສື່ມວນຊົນ ( ສະບັບປັບປຸງ ) ມາດຕາ 66 ຂໍ້ 7 ໂຄສະນາເຜີຍແຜ່ສິ່ງມືນເມົາເກີນຂອບເຂດ, ການເຊື່ອຖືງົມງວາຍ, ການກະທຳທີ່ຜິດກັບຮີດຄອງປະເພນີອັນດີງາມຂອງຊາດ, ພາບ, ສຽງ ແລະການກະທຳ ທີ່ກະທຳຕໍ່ຊີວິດ ແມ່ ແລະເດັກ ແລະ ສິ່ງຫຍໍ້ທໍ້ອື່ນໆ

ຕໍ່ກັບບັນຫາດັ່ງກ່າວ ທາງຂະແໜງວັດທະນະທຳ ແລະຫ້ອງການ ຖວທ ນະຄອນ ຫຼວງພະບາງ ໄດ້ມີມາດຕະການ ໃຫ້ຜູ້ກ່ຽວລົບເພງ ເຮັດນົມສາບໍ່ຕ້ອງເຮັດນາ ແລະເພງອະສຽບອະ ອອກຈາກສື່ອອນລາຍ ທັງໝົດ ພາຍໃນ 24 ຊົ່ວໂມງ.

ຈາກ: ຂ່າວສານຫຼວງພະບາງ