ປະທານປະເທດ ຢ້ຽມຢາມຟາມລ້ຽງໄກ່ລາດ ນາກ້າ ແລະ ບໍລິສັດອິນເທັກ ຟາມໝູລາວ

190

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ສະຫວັນະເຂດ ວັນທີ 18 ມັງກອນ 2022 ນີ້ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍ ທ່ານຮອງເຈົ້າແຂວງ ,ບັນດາທ່ານ ຄະນະປະຈຳພັກແຂວງ ແລະພະແນກການກ່ຽວຂ້ອງ.

ເຊິ່ງໃນຕອນເຊົ້າ ແມ່ນໄດ້ພົບປະໂອ້ລົມ ກັບບັນດາ ນາຍແລະພົນທະຫານ ກອງພົນທະຫານຮາບທີ 4 ແລະໃນຕອນບ່າຍຂອງວັນດຽວກັນແມ່ນໄດ້ໄປຢ້ຽມຢາມ ບໍລິສັດ ນາກ້າຟາມ ຈຳກັດຜູ້ດຽວ ທີ່ບ້ານດົງຄຳຫຼວງ ນະຄອນໄກສອນ ພົມວິຫານ ເຊິ່ງເປັນຟາມລ້ຽງໄກ່ລາດ.

ທ່ານຜູ້ບໍລິຫານຟາມລາຍງານວ່າ: ຜ່ານຈາກການສຶກສາ ຄົ້ນຄວ້າ ແລະເກັບກຳຂໍ້ມູນ ເລື່ອງສາຍພັນໄກ່ ປະເພດຕ່າງໆ ເຫັນວ່າໄກ່ລາດ ແມ່ນເໝາະສົມກັບການລ້ຽງເປັນສິນຄ້າ ເນື່ອງຈາກວ່າ ມີຄວາມທົນທານຕໍ່ສະພາບແວດລ້ອມ, ຕະຫຼາດກໍ່ມີຄວາມຕ້ອງການຫຼາຍ ລົດຊາດຂອງຊີ້ນໄກ່ ຈະແຊບກວ່າສາຍພັນອື່ນ.

ໃນປັດຈຸບັນ ຜະລິດທັງໄກ່, ໄຂ່ ແລະ ຍັງມີໄກ່ໃນຟາມທັງໝົດ ປະມານ 12ພັນກວ່າໂຕ,ສ່ວນຕະຫຼາດຈຳໜ່າຍ ແມ່ນຢູ່ໃນເຂດນະຄອນໄກສອນ ພົມວິຫານ, ຕະຫຼາດເຊໂນ ເມືອງອຸທຸມພອນ,ຕະຫຼາດຢູ່ແຂວງບໍລິຄຳໄຊ ແລະແຂວງຫຼວງພະບາງ ຈຳນວນໜຶ່ງ, ໃນເວລາຕໍ່ມາ ກໍ່ໄດ້ໄປຢ້ຽມຢາມ ບໍລິສັດ ອິນເທັກ ຟາມໝູລາວ ຈຳກັດ ທີ່ຕັ້ງຢູ່ເຂດບ້ານ ແກ້ງຫີນສູງ ນະຄອນໄກສອນ ພົມວິຫານ

ເຊິ່ງເປັນການລົງທຶນຮ່ວມກັນ ລະຫວ່າງນັກທຸລະກິດລາວ ກັບນັກທຸລະກິດໄທ,ເປັນຟາມໃຫຍ່ ນໍາໃຊ້ເຕັກນິກ-ວິທະຍາດໃນການຜະລິດ,ມີໝູແມ່ພັນທັງໝົດ 2.400 ໂຕ ສາມາດຜະລິດລູກໝູ ເພື່ອຈຳໜ່າຍໃຫ້ຊາວກະສິກອນ ນໍາໄປລ້ຽງ ໄດ້ປີໜຶ່ງ ປະມານ 75.000 ໂຕ ພ້ອມນີ້ ຍັງຜະລິດໝູຂຸນ ຫຼື ໝູຊີ້ນ ເພື່ອສະໜອງໃຫ້ຕະຫຼາດ ພາຍໃນ ແລະສົ່ງອອກຕ່າງປະເທດອີກ ຈຳນວນບໍ່ໜ້ອຍ.