ປີ 2021 ກົມພາສີຈັດເກັບລາຍຮັບໄດ້ 85,15% ຂອງແຜນການ

267

ກົມພາສີ ກະຊວງການເງິນ, ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ່ຂອງລາຍຮັບງົບປະມານແຫ່ງລັດ ປະຈໍາປີ 2021; ກໍານົດທິດທາງແຜນການ ແລະ ມາດຕະການ ປະຈໍາປີ 2022 ຂອງຂະແໜງພາສີຂຶ້ນ ໃນວັນທີ 13 ມັງກອນ 2022ຜ່ານມາ, ເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ, ຮອງຫົວໜ້າກົມ, ຜູ້ຕາງໜ້າກົມອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ.

ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2021, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ກໍານົດທິດທາງແຜນການ ແລະ ມາດຕະການປະຈໍາປີ 2022 ຂອງຂະແໜງພາສີ, ດ້ານການຈັດເກັບລາຍຮັບປີ 2021 ກົມພາສີໄດ້ຮັບແຜນຈັດເກັບລາຍຮັບ 8.200 ຕື້ກີບ.

ປະຕິບັດໄດ້ 6.982 ຕື້ກີບ ເທົ່າກັບ 85,15% ຂອງແຜນການປີສົມທຽບໄລຍະດຽວເພີ່ມຂຶ້ນ 7,66% ເທົ່າກັບ 486 ຕື້ກີບ, ໃນນັ້ນ, ແຂວງທີ່ປະຕິບັດໄດ້ລື່ນແຜນມີແຂວງສະຫວັນນະເຂດປະຕິບັດໄດ້ລື່ນແຜນການປີ 92,01ຕື້ກີບ, ແຂວງ ຫຼວງນໍ້າທາລື່ນແຜນການ 62,82 ຕື້ກີບ, ແຂວງອັດຕະປື ປະຕິບັດໄດ້ລື່ນແຜນການ 9,13 ຕື້ກີບ ແລະ ແຂວງຫົວພັນປະຕິບັດໄດ້ລື່ນແຜນການ 0,81 ຕື້ກີບ.

ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນວຽກງານຈຸດສຸມຂອງທ່ານ ບຸນໂຈມ ອຸບົນປະເສີດ ເປັນຕົ້ນ: ໃຫ້ເພີ່ມທະວີການເຊື່ອມຊຶມ ແລະ ເປັນເຈົ້າການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຈັດຕັ້ງປະຕິບັດ ຄໍາສັງເລກທີ 18/ນຍ ເພື່ອສ້າງທ່າຫັນປ່ຽນໃໝ່ ໃນການຈັດຕັ້ງປະຕິບັດວຽກງານພາສີ ໃຫ້ເລິກເຊິງ ແຂງແຮງຮອບດ້ານ, ເອົາໃຈໃສ່ຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟ ເພື່ອຕ້ານປະກົດການຫຍໍ້ທໍ້ໃນການລັກລອບນໍາເຂົ້າ ແລະ ຫັນເອົາຫົວໜ່ວຍທຸລະກິດທີ່ນໍາເຂົ້ານໍ້າມັນເຊື້ອໄຟໃຫ້ປະຕິບັດຖືກຕ້ອງຕາມ ແຈ້ງການເລກທີ 4491/ກງ, ສູ້ຊົນຫັນເອົາບັນດາຫົວໜ່ວຍທຸລະກິດ ນໍາເຂົ້າ-ສົ່ງອອກໃຫ້ເຂົ້າສູ່ລະບຽບການ ແລະ ສົ່ງເສີ່ມໃຫ້ມີການແຂ່ງຂັນຂອງບັນດາຫົວໜ້າທຸລະກິດທີ່ປະຕິບັດຖືກຕ້ອງຕາມກົດໜາຍ ໂດຍໄດ້ຮັບນະໂຍບາຍອໍານວຍຄວາມສະດວກໃນການນໍາເຂົ້າ-ສົ່ງອອກ ສິນຄ້າຕາມຄໍາແນະນໍາກະຊວງການເງິນ ເລກທີ 4490/ກງ ແລະ ເລກທີ 5916/ກງ.

ສືບຕໍ່ປັງປຸງໂຄງຮ່າງການຈັດຕັ້ງໃຫ້ສໍາເລັດ ກະທັດຮັດ, ໂລ່ງລ່ຽນ, ແທດເຖິງ, ປະຕິຮູບຄຸນນະພາບຂອງພະນັກງານ, ຂອງຂະແໜງພາສີ ໃຫ້ໄດ້ມາດຖານເງື່ອນໄຂ ເພື່ອຮອງຮັບການຂະຫຍາຍຕົວທາງດ້ານເສດຖະ -ສັງຄົມ ເປັນຕົ້ນ : ການການຂົນສົ່ງເຄື່ອນຍ້າຍສິນຄ້າທາງລົດໄຟ, ແລະ ການເປີດບໍລິການນໍາໃຊ້ທ່າບົກ, ຍົກສູງວຽກງານຝຶກອົບຮົມ-ຍົກລະດັບວິຊາສະເພາະ ເພື່ອປັບປຸງບຸກຄະລາກອນຂອງຂະແໜງພາສີໃຫ້ມີ ຄວາມເຂັ້ມແຂງ


ສະຫຼຸບ, ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຕາມ ຄໍາສັ່ງນາຍົກລັດຖະມົນຕີ ຕາມຄໍາສັ່ງ ສະບັບເລກທີ 20 ນຍ/, ລົງວັນທີ 08 ຕຸລາ 2021, ດໍາເນີນການແກ້ໄຂ, ປັບປຸງບັນດາຂອດຂັ້ນ ແລະ ຂະບວນການດໍາເນີນການແຈ້ງພາສີໃຫ້ກະທັດຮັດ, ໃຫ້ສາມາດຫັນການນໍາໃຊ້ລະບົບເອເລັກໂຕຼນິກເພື່ອບໍລິຫານວຽກງານໃຫ້ເຕັມປະສິດທິພາບ ແລະ ຮັບປະກັນຄວາມຖືກຕ້ອງຕາມຂັ້ນຕອນກົດໝາຍ,ລະບຽບການພາຍໃນ, ສາກົນ ແລະ ພາກພື້ນທີ່ໄດ້ກໍານົດ ໂດຍສະເພາະການຄຸ້ມຄອງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ແລະ ສິນຄ້າຜ່ານດ່ານສາກົນທ່າບົກທ່ານາແລ້ງ.