ມາຮອດມື້ນີ້ຍອດຜູ້ເສຍຊີວິດສະສົມຈາກໂຄວິດ 19 ຢູ່ລາວຮອດ 500 ຄົນແລ້ວ, ພົບຜູ້ຕິດເຊື້ອໃໝ່ 733

101

ຄະນະສະເພາະກິດ, ກະຊວງສາທາລະນະສຸກ ໄດ້ລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 18 ມັງກອນ ປີ 2022 ວ່າ ມາຮອດວັນທີ 17 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.597 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 733 ຄົນ (ຕິດເຊື້ອພາຍໃນ 730 ຄົນ ແລະ ນໍາເຂົ້າ 03 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 730 ຄົນ ຈາກ 17 ແຂວງ ແລະ ນະຄອນ
ຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 222 ຄົນ, ຜົ້ງສາລີ 67 ຄົນ, ບໍລິຄຳໄຊ 62 ຄົນ, ອຸດົມໄຊ 60 ຄົນ, ຫົວພັນ 52 ຄົນ, ວຽງຈັນ 36 ຄົນ, ໄຊຍະບູລີ 35 ຄົນ, ໄຊສົມບູນ 29 ຄົນ, ຊຽງຂວາງ 28 ຄົນ, ຫຼວງພະບາງ 28 ຄົນ


ບໍ່ແກ້ວ 22 ຄົນ, ຄຳມ່ວນ 20 ຄົນ, ເຊກອງ 19 ຄົນ, ອັດຕະປື 18 ຄົນ, ສາລະວັນ 14 ຄົນ, ສະຫວັນນະເຂດ 12 ຄົນ, ຫຼວງນ້ຳທາ 4 ຄົນ, ຈຳປາສັກ 2 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 03 ຄົນ ຈາກ ສະຫວັນນະເຂດ 2 ຄົນ ແລະ ບໍລິຄຳໄຊ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.


ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 126.066 ກໍລະນີ, ອອກໂຮງໝໍວານນີ້ 344 ຄົນ, ກຳລັງປິ່ນປົວ 8.223 ຄົນ ແລະ ເສຍຊີວິດສະສົມທັງໝົດ 500 ຄົນ (ເສຍຊີວິດໃໝ່ 03 ຄົນ)