ນັກວິທະຍາສາດ ເຕືອນ ກຽມຮັບມືກັບໂຄວິດກາຍພັນຊະນິດໃໝ່

172

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກວິທະຍາສາດອອກມາເຕືອນວ່າ ເຊື້ອກາຍພັນໂອມີຄຣອນທີ່ກຳລັງແຜ່ລະບາດໄປທົ່ວໂລກຢ່າງໄວວາໃນຂະນະນີ້ ຈະບໍ່ແມ່ນໄວຣັສກາຍພັນຊະນິດສຸດທ້າຍທີ່ໂລກຕ້ອງວິຕົກກັງວົນ ແຕ່ທົ່ວໂລກຈົ່ງກຽມຄວາມພ້ອມ ເພື່ອຮັບມືກັບເຊື້ອກາຍພັນຊະນິດໃໝ່ທີ່ຈະເກີດຂຶ້ນຢ່າງແນ່ນອນຫຼັງຈາກນີ້ໄປ.

ການຕິດເຊື້ອທຸກຄັ້ງເປັນການສ້າງໂອກາດໃຫ້ແກ່ໄວຣັສກາຍພັນ ໂດຍຂະນະນີ້ ເຊື້ອໂອມີຄຣອນໄດ້ແຜ່ລະບາດຢ່າງໄວວາກວ່າເຊື້ອກາຍພັນອື່ນໆທີ່ກວດພົບໃນໄລຍະຜ່ານມາ ເຖິງແມ່ນວ່າໂລກຈະມີພູມຄຸ້ມກັນໂຄວິດ-19 ຫຼາຍຂຶ້ນ ທັງຈາກການສັກວັກຊີນ ແລະ ຈາກຜູ້ທີ່ເຄີຍຕິດເຊື້ອກ່ອນໜ້ານີ້, ການຕິດເຊື້ອເພີ່ມຂຶ້ນໝາຍວ່າ ເຮັດໃຫ້ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ເຊິ່ງຈະເຮັດໃຫ້ເຊື້ອໄວຣັສສາມາດກາຍພັນໄດ້ງ່າຍຂຶ້ນ.

ນັກວິທະຍາສາດຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດທົ່ວໂລກປຸກລະດົມໃຫ້ປະຊາຊົນໄປສັກວັກຊີນໃຫ້ຄອບຄຸມຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເນື່ອງຈາກວັກຊີນທີ່ມີຢູ່ໃນຂະນະນີ້ ຍັງສາມາດປ້ອງກັນການຕິດເຊື້ອໄດ້ ແລະ ສາມາດຫຼຸດອັດຕາຄວາມຮຸນແຮງ ແລະ ເສຍຊີວິດລົງໄດ້.

ທ່ານ ລີໂອນາໂດ ມາຕີເນຊ ນັກລະບາດວິທະຍາ ຈາກມະຫາວິທະຍາໄລບອສຕັນ ກ່າວວ່າ ຍິ່ງໂອມີຄຣອນແຜ່ລະບາດໄວເທົ່າໃດ ກໍຍິ່ງເພີ່ມໂອກາດການກາຍພັນຫຼາຍຂຶ້ນ ແລະ ມີຄວາມເປັນໄປໄດ້ສູງທີ່ມັນຈະກາຍພັນເປັນໄວຣັສຊະນິດໃໝ່ເພີ່ມຫຼາຍຂຶ້ນ.