ບໍລິສັດເອເຊຍ ກະເສດອິນຊີ ກັບບໍລິສັດພັນເພັດພັດທະນາກະສິກໍາລົງນາມຮ່ວມມືສະໜອງປຸ໋ຍອິນຊີສູ່ຊາວກະສິກອນລາວ

206

ບໍລິສັດພັນເພັດໄດ້ລົງນາມຮ່ວມມືກັບ ບໍລິສັດເອເຊຍ ກະເສດອິນຊີ ເພື່ອຜະລິດປຸ໋ຍໄດ້ທັງປະລິມານ ແລະ ຮັກສາຄຸນນະພາບ ຫວັງເປັນການສົ່ງເສີມໃຫ້ຊາວກະສິກອນລາວໄດ້ຊົມໃຊ້ປຸ໋ຍອິນຊີທີ່ຜະລິດພາຍໃນໃຫ້ເພີ່ມຂຶ້ນ 50 ພັນ-1 ແສນໂຕນຕໍ່ປີ.

ພິທີເຊັນສັນຍາ ຮ່ວມທຸລະກິດ ມີຂຶ້ນວັນທີ 14 ມັງກອນທີ່ບ້ານນໍ້າຮີ້ ເມືອງໝື່ນ ແຂວງ ວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ – ປ່າໄມ້, ທ່ານ ໄຊປະເສີດ ຕັ້ງຊະນະ ປະທານບໍລິສັດ ເອເຊຍ ກະເສດອິນຊີຈໍາກັດ, ທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດພັດທະນາກະສິກໍາ ຈໍາກັດຜູ້ດຽວ ພ້ອມແຂກທັງພາກລັດ – ທຸລະກິດເຂົ້າຮ່ວມ.


ໃນພິທີ ທ່ານ ໄຊປະເສີດ ຕັ້ງຊະນະ ກ່າວວ່າ: ໂຮງງານຜະລິດປຸ໋ຍ ອິນຊີ ຊີວະພາບໂຕຂີ້ກະເດືອນ ຂອງບໍລິສັດ ເອເຊຍ ກະເສດອິນຊີ ສ້າງຕັ້ງປີ 2016 ມູນຄ່າ 3.388.800ໂດລາສະຫະລັດ ມີກໍາລັງການຜະລິດ 50 ພັນ – 1ແສນໂຕນຕໍ່ປີ. ໂຮງງານຍັງສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນທ້ອງຖິ່ນໄດ້ 80 ຄົນເລີ່ມການຜະລິດໃນປີ 2018 ເຊິ່ງຜະລິດໄດ້ 3 ພັນໂຕນ, ປີ 2019 ຜະລິດໄດ້ 9 ພັນໂຕນ, ປີ 2020ຜະລິດໄດ້ 15 ພັນໂຕນ ແລະ ໃນປີ 2021 ບໍລິສັດສາມາດໄດ້ຜະລິດເຖິງ 20 ພັນໂຕນ ເຊີ່ງເປັນໄປຕາມແຜນທີ່ວາງໄວ້.


ທ່ານກ່າວວ່າ: ວັດຖຸດິບແມ່ນນໍາມາຈາກທໍາມະຊາດ , ຮັບຊື້ສິ່ງເສດເຫຼືອຈາກມູນສັດຢູ່ພາຍໃນປະເທດ ນໍາມາຄັດກອງ,ໝັກບົ່ມ ດ້ວຍກໍາມະວິທີທໍາມະຊາດເພື່ອມາຜະລິດເປັນປຸ໋ຍສໍາເລັດອອກສູ່ຕະຫຼາດ ເພື່ອຮັບໃຊ້ໃຫ້ຊາວກະສິກອນໄດ້ຊົມໃຊ້ຜະລິດຕະພັນພາຍໃນທີ່ມີຄຸນນະພາບ, ປອດສານພິດ, ມີມາດຕະຖານ ໂດຍຄຸນສົມບັດທີ່ໂດດເດັ່ນ ຂອງຜະລິດຕະພັນປຸ໋ຍ ກາຂີ້ກະເດືອນສາມາດຟື້ນຟູສະພາບດິນແຫ້ງເສຍ ໃຫ້ຄືນສູ່ສະພາບຊຸ່ມຊື່ນ ດ້ວຍແຮ່ທາດທີ່ຈໍາເປັນຕໍ່ດິນປູກຝັງ ເຊິ່ງເມື່ອຫວ່ານ ປຸ໋ຍຊີວະພາບກາຂີ້ກະເດືອນລົງດິນ ຜ່ານໄປໄລຍະ 3 ເດືອນ ທ່ານຈະສັງເກດເຫັນວ່າດິນປູກຝັງຂອງທ່ານມີການຟື້ນຟູຄືນ ແລະ ອຸດົມສົມບູນຂຶ້ນ ໂດຍສັງເກດຈາກການເກີດຂຶ້ນຂອງຂີ້ກະເດືອນພາຍໃນດິນ ເຊິ່ງປະຊາຊົນປູກມັນຕົ້ນໂດຍບໍ່ໄດ້ໃສ່ປຸ໋ຍ ຈະໄດ້ມັນຕົ້ນ 5 ກິໂລຕໍ່ຕົ້ນ, ຖ້າໃສ່ປຸ໋ຍກາໂຕຂີ້ກະເດືອນຈະໄດ້ມັນຕົ້ນ 18-25 ກິໂລຕໍ່ຕົ້ນ ການທົດລອງເຮົາມີໂຕຢ່າງໃຫ້ປະຊາຊົນໄດ້ເຫັນ.


ການຮ່ວມມືໃນຄັ້ງນີ້ ທາງໂຮງງານຍິນດີເປັນຜູ້ສະໜອງ ປຸ໋ຍຊີວະພາບຈໍານວນ 10 – 50 ພັນໂຕນຕໍ່ປີ ເປັນແຕ່ລະໄລຍະ ແລະ ປະມານກາງປີ 2022 ທາງບໍລິສັດຈະຮ່ວມມືກັບພາກລັດ, ໜ່ວຍງານເຕັກນິກປຸງແຕ່ງກະສິກໍາ ຂອງແຂວງກວາງໂຈວ ສປ ຈີນ ຈະສ້າງສູນການຮຽນຮູ້ເຕັກນິກກະເສດ ເພື່ອເຝິກອົບຮົມ ການປູກພືດໃຫ້ໄດ້ຄຸນນະພາບ ແລະ ປະລິມານຜົນຜະລິດສູງ
ທ່ານ ທອງສະຫວັນ ມີບຸນວ່າ: ບໍລິສັດເຮົາສ້າງຕັ້ງຂຶ້ນປີ 2008 ເຊິ່ງບໍລິສັດຕັ້ງໃຈພັດທະນາສົ່ງເສີມການຜະລິດທີ່ສະອາດ ໂດຍນໍາໃຊ້ປຸ໋ຍອິນຊີ ມາຮອດປັດຈຸບັນ ບໍລິສັດມີເນື້ອທີ່ຜະລິດເຂົ້າ ທັງໝົດເກືອບ 2 ພັນເຮັກຕາ ໂດຍມີທັງການຜະລິດເອງ ແລະ ຮູບແບບສົ່ງເສີມຊາວນາຜະລິດ. ກ່ອນຈະມາເຊັນສັນຍາຮ່ວມທຸລະກິດພວກເຮົາໄດ້ສຶກສາຄວາມເປັນໄປໄດ້, ມາດຕະຖານຂອງປຸ໋ຍ ກາໂຕຂີ້ກະເດືອນ ເຊິ່ງຈະສຸມໃສ່ການຜະລິດເຂົ້າ, ພືດຜັກ, ໝາກໄມ້ ໂດຍຜ່ານມາໄດ້ທົດລອງ ໃສ່ເຂົ້າ ຜົນຜະລິດ 1 ໄລ ກໍໄດ້ເຂົ້າເກືອບຮອດ 1 ໂຕນ ຫຼື 1 ເຮັກຕາໄດ້ 5 ໂຕນ ເຊິ່ງຕະຫຼາດມີຄວາມຕ້ອງການເຂົ້າສະອາດຫຼາຍ ແລະ ມີທ່າອ່ຽງເພີ່ມຂຶ້ນ.


ໃນຕອນທ້າຍພິທີ ທ່ານ ເພັດ ພົມພິພັກ ກໍໄດ້ໃຫ້ທິດຊີ້ນໍາໂດຍເນັ້ນວ່າ ການເຊັນສັນຍາຮ່ວມມືທຸລະກິດຂອງສອງບໍລິສັດ ຍັງເປັນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງລັດຖະບານ ກໍຄືຂະແໜງການກະສິກໍາປ່າໄມ້ ໂດຍເນັ້ນໃສ່ການຜະລິດກະສິກໍາຄຸນນະພາບອິນຊີ, ມີການພັດທະນາເຕີບໂຕສີຂຽວ, ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ. ພ້ອມດຽວກັນນັ້ນໃຫ້ບໍລິສັດເນັ້ນຄຸນນະພາບເປັນຫຼັກ, ພ້ອມນັ້ນເອົາໃຈໃສ່ດ້ານການຕະຫຼາດໃຫ້ມີຄວາມໝັ້ນຄົງ ມີການຂະຫຍາຍຂຶ້ນຕາມ ຄວາມຕ້ອງການຂອງສັງຄົມ.