ເປີດຮັບສະໝັກຮ່ວມແຂ່ງຂົນລົດກີບ LCF Championship 2022 ຄັດເລືອກນັກກີລາລຸຍຊີເກມ

82

ສະຫະພັນລົດຖີບແຫ່ງຊາດລາວ ປະກາດຜ່ານເພຈ໌ບຸກທາງການໃນທ້າຍອາທິດທີ່ຜ່ານມາວ່າ: ຂໍຖືເປັນກຽດເຊີນບັນດາທ່ານນັກຂີ່ລົດຖີບໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນລົດຖີບລາຍການ LCF Championship 2022 ເພື່ອຄັດເລືອກນັກກີລາທິມຊາດ ເຂົ້າຮ່ວມແຂ່ງຂັນຊີເກມ ຄັ້ງທິ່ 31 ທີ່ປະເທດ ວຽດນາມ.
1. ເງື່ອນໄຂຂອງນັກກີລາທີ່ເຂົ້າຮ່ວມ:
1.1.ນັກກີລາເຂົ້າຮ່ວມແຂ່ງຂັນຄັດເລືອກຕ້ອງມີອາຍຸ 19-38 ປີ.
1.2. ມີພາຫະນະ (ລົດຖີບ) ເປັນຂອງຕົວເອງ ແລະ ມີສະໂມສອນສັງກັດ ທີ່ຂື້ນທະບຽນນຳສະຫະພັນລົດຖີບແຫ່ງຊາດ.
1.3. ການຄັດເລືອກແມ່ນເລືອກເອົານັກກີລາ ຈຳນວນ 8 ຄົນ ເພື່ອຝຶກຊ້ອມ ຫຼັງຈາກນັ້ນ ຈະມີການຄັດເລືອກ ອີກເທື່ອໜຶ່ງຕາມຈຳນວນ ທີ່ກົມກີລາລະດັບສູງ ກຳນົດໃຫ້.

1.4. ການແຂ່ງຂັນ (Time trial) ແມ່ນຕ້ອງໃຊ້ລົດ Time trial ຫຼື ລົດກັວກ (ເສີືອມອບ) ກໍ່ໄດ້
1.5. ການແຂ່ງຂັນ (Criterium) ໃຊ້ລົດກັວກ (ເສືອມອບ)
1.6. ການແຂ່ງຂັນ ( Mass start ) ໃຊ້ລົດກັວກ (ເສືອມອບ)
1.7. ລົງທະບຽນທີ່ສະຖານທີ່ແຂ່ງຂັນເລີຍ ແຕ່ເວລາ 6:30-8:30ມ.
1.8. ຜູ້ເຂົ້າຮ່ວມການແຂ່ງຂັນຕ້ອງຖືບັດສັກຢາປ້ອງກັນໂຄວິດມາພ້ອມ

2. ລາຍລະອຽດລາຍການແຂ່ງຂັນ:
2.1. ຈັບເວລາ (Time trial), 21-01-2022, ປ່ອຍຕົວນັກກີລາ: 9:00 ໂມງ ຖະໜົນອ້ອມບຶງທາດຫຼວງ
2.2. ໄຄຣທີຣຽມ (Criterium), 22-01-2022, ປ່ອຍຕົວນັກກີລາ: 9:00 ໂມງ ຖະໜົນອ້ອມບຶງທາດຫຼວງ
2.3. ທາງໄກ (Mass start), 23-01-2022, ປ່ອຍຕົວນັກກີລາ: 7:30 ໝງ ດອນໜູນ-ແດນສະຫວັນ.
ລາຍລະອຽດເພິ້ມເຕີມ: ເລຂາທິການ ສລຖ: ທ່ານ ກາບຊ້ອນ ສຸວັນນະຣາຊ (020 99993666)

ຂໍ້ມູນຈາກ: Lao Cycling Federation ສະຫະພັນລົດຖີບແຫ່ງຊາດລາວ