ຖວທ ສັ່ງກວດຄືນ ຍຶດເພງ, ຂັບລຳທີ່ບໍ່ໄດ້ກວດຜ່ານ

130

ປັດຈຸບັນວົງການເພງລາວກໍ່ຖືວ່າກຳລັງບູມ ແລະ ເປັນທີ່ນິຍົມກັນຫຼາຍຈາກຫຼາຍກຸ່ມຄົນທັງພາຍໃນ ແລະ ຕ່າງປະເທດ. ອັນສຳຄັນກວ່ານັ້ນຄືຕ່າງຄົນຕ່າງເຮັດ ເພື່ອເອົາມາລົງໃນສື່ສັງຄົມອອນລາຍ ເຊິ່ງມີທັງໂຕທີ່ໄດ້ກວດຜ່ານ ແລະບໍໄດ້ກວດຈາກຂະແໜງຖະແຫຼງຂ່າວວັດທະນະທຳ ທີ່ອາດຈະມີບາງຜົນງານຜະລິດອອກມາບໍ່ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງລາວເຮົາ, ດັ່ງນັ້ນ, ເພື່ອຄວາມເປັນລະບຽບຮຽບຮ້ອຍທາງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແມ່ນໄດ້ສັ່ງການໃຫ້ມີການກວດຄືນບົດເພງ-ລຳຕ່າງໆໃຫ້ມີຄວາມເໝາະສົມ.

ໂດຍຕາມແຈ້ງການຂອງຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເລກທີ 17/ຫກ ລົງວັນທີ 14 ມັງກອນ 2022 ກ່ຽວກັບກວດກາຄືນ ຍຶດເພງ, ຂັບ-ລໍາ ທີ່ບໍ່ໄດ້ກວດຜ່ານ ແລະ ອະນຸຍາດ ຈາກຂະແໜງ ຖວທ.

ເນື່ອງຈາກປັດຈຸບັນ ໄດ້ມີການປະດິດແຕ່ງບົດເພງ, ຂັບ-ລໍາທີ່ມີເນື້ອໃນລາມົກ, ອະນາຈານ ເຜີຍແຜ່ຜ່ານທາງສື່ອອນລາຍ ເຊິ່ງຜິດຕໍ່ກົດໝາຍວ່າດ້ວຍສິລະປະການສະແດງມາດຕາ 38 ການກວດກາຜະລິດຕະພັນສິລະປະການສະແດງ ໄດ້ກຳນົດວ່າ ຜະລິດຕະພັນສິລະປະການສະແດງ, ເນື້ອໃນຮູບການເຄື່ອນໄຫວ ຂອງລາຍການສະແດງທຸກປະເພດ ກ່ອນຈະນຳອອກສະແດງ, ເຜີຍແຜ່, ຊື້-ຂາຍ ຫຼື ຜ່ານສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ແມ່ນຕ້ອງໄດ້ຜ່ານການກວດກາ ແລະ ອະນຸຍາດຢ່າງຖືກຕ້ອງ ຈາກຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ຕາມຂະແໜງການ, ພາກສ່ວນອື່ນທີ່ຂຶ້ນກັບ.

ກົດໝາຍວ່າດ້ວຍສິລະປະການສະແດງ ມາດຕາ 51 ຂໍ້ຫ້າມສໍາລັບນັກສິລະປິນ ຂໍ້ທີ 1 ລະບຸວ່າ: ຫ້າມປະດິດແຕ່ງ ຫຼື ນໍາເອົາສິລະປະການສະແດງ ທີ່ເປັນພິດໄພ, ເສື່ອມຊາມ, ຊອດກະຈາ, ລາມົກອະນາຈານ, ຫຼົບລູ່ ແຕະຕ້ອງເຖິງກຽດສັກສີ ຂອງບຸກຄົນອື່ນ, ກະຕຸ້ນຄວາມຮຸນແຮງ, ອາຊະຍາກໍາ, ສິ່ງເສບຕິດ, ການເຊື່ອຖືງົມງວາຍ ແລະ ອະບາຍຍະມຸກຕ່າງໆ ແລະ ກົດໝາຍ ວ່າດ້ວຍສື່ມວນຊົນ (ສະບັບປັບປຸງ) ມາດຕາ 66 ຂໍ້ 7 ໂຄສະນາເຜີຍແຜ່ສິ່ງມຶນເມົາເກິນຂອບເຂດ, ການເຊື່ອຖືງົມງວາຍ, ການກະທຳທີ່ຜິດກັບຮີດຄອງປະເພນີອັນດີງາມຂອງຊາດ, ພາບ, ສຽງ ແລະ ການກະທໍາ ທີ່ກະທົບຕໍ່ຊີວິດ ແມ່ ແລະ ເດັກ ແລະ ສິ່ງຫຍໍ້ທໍ້ອື່ນໆ.

ສະນັ້ນ, ຈຶ່ງມອບໃຫ້ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳແຂວງ, ນະຄອນຫຼວງ ເອົາໃຈໃສ່ຄື:
1. ກວດກາຄືນ ບົດເພງ, ຂັບ-ລໍາ ທີ່ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ທີ່ບຸກຄົນໄດ້ນຳໄປລົງເຜີຍແຜ່ຜ່ານສື່ອອນລາຍ ແລະ ໃຫ້ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ ຕາມກົດໝາຍ ແລະ ລະບຽບການ ທີ່ກໍານົດໄວ້.
2. ໂຄສະນາເຜີຍແຜ່ ກົດໝາຍວ່າດ້ວຍສິລະປະການສະແດງ ເເລະ ກົດໝາຍວ່າດ້ວຍສື່ມວນຊົນ ໃຫ້ປວງຊົນໄດ້ຮັບຮູ້ຢ່າງກວ້າງຂວາງ.

ຮູບພາບປະກອບຈາກອິນເຕີເນັດ..