ຮອງເຈົ້າເມືອງໄຊຍະບູລີ ລົງຕິດຕາມການກໍ່ສ້າງຂົວເບເລ ຂ້າມແມ່ນ້ຳເງິນມາ ຮອດປັດຈຸບັນການກໍ່ສ້າງສຳເລັດ 35%

224

ວັນທີ 13 ມັງກອນ 2022 ນີ້. ຢູ່ທີ ເມືອງເງິນ ແຂວງ ໄຊຍະບູລີ. ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ, ທ່ານ ສົມເດດ ຄຳພາ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ, ທີມງານບໍລິສັດ ຊະນະໄຊກໍ່ສ້າງຂົວທາງ ແລະ ພາກສ່ວນທີກ່ຽວຂ້ອງ ໄດ້ລົງໄປຕິດຕາມ ໂຄງການກໍ່ສ້າງຂົວເບເລ ຂ້າມແມ່ນ້ຳເງິນ.


ທ່ານ ສົມເດດ ຄຳພາ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໃຫ້ຮູ້ວ່າ ໄລຍະຜ່ານມາ ຂົວດັ່ງກ່າວເປັນຂົວໄມ້ປະຖົ່ມປະຖານ ເຊິ່ງແຕ່ລະປີ ໃກ້ຊິຮອດລະດູທຳການຜະລິດ ຊາວບ້ານໄດ້ສາມັກຄີກັນສ້ອມແປງ ແຕ່ທຽວໄດ້ລະດູດຽວ ເວລາມີຝົນຕົກນໍ້ານອງ ກໍ່ພົບຄວາມຍຸ້ງຍາກຕໍ່ການໄປມາ ດັ່ງນັ້ນທາງອົງການປົກຄອງເມືອງຈຶ່ງ ໄດ້ຕົກລົງກໍ່ສ້າງຂົວເບເລ ຂ້າມແມ່ນ້ຳເງິນ ໂດຍໄດ້ເລີ້ມລົງມື້ກໍ່ສ້າງ ມາແຕ່ວັນທີ 9 ທັນວາ 2021 ເປັນຕົ້ນມາ ມີຂະໜາດ ຄວາມຍາວ 18 ແມັດ, ກວ້າງ 6 ແມັດ, ສູງ 4,5 ແມັດ, ສາມາດຮັບນ້ຳໜັກ ເຖີງ 20 ໂຕນ.

ມາຮອດປະຈຸບັນການກໍ່ສ້າງສຳເລັດ 35%, ໂດຍແມ່ນບໍລິສັດ ຊະນະໄຊກໍ່ສ້າງຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ. ແຫຼ່ງທືນໃນການກໍ່ສ້າງ ໂດຍແມ່ນ ງົບປະມານຈາກກອງທືນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ມູນຄ່າ 878,323,151 ກີບ. ນອກຈາກນັ້ນຍັງມີທືນສົມທົບຈາກປະຊາຊົນ ບ້ານຫຼວງມີໄຊ ເປັນຕົ້ນແມ່ນ ໄມ້ປູພື້ນຂົວ, ແຮງງານອີກຈຳນວນໜື່ງ, ສຳລັບພາກລັດ ແມ່ນ ສະໜອງສີ້ນສ່ວນໂຄງເຫຼັກ ເພື່ອປະກອບໃສ່ຂົວເບເລ ຄາດວ່າຈະໃຫ້ສຳເລັດ ໃນວັນທີ 9 ມິຖຸນາ 2022 ນີ້.


ການກໍ່ສ້າງຂົວຂ້າມນໍ້າເງິນຄັ້ງນີ້ ແມ່ນອີງໃສ່ແຜນພັດທະນາເສດຖະກິດສັງຄົມຂອງເມືອງທີ່ວາງໄວ້ ພາຍຫຼັງສຳເລັດ ໂຄງການດັ່ງກ່າວແລ້ວ ຈະສ້າງ ຄວາມອຳນວຍຄວາມສະດວກໃຫ້ ປະຊາຊົນ ໄປທຳການຜະລິດ,ທັງເປັນເງື່ອນໄຂແກ່ການຂະຫຍາຍຜັງເມືອງໃນອານາຄົດ.