ບໍ່ທຳມະດາ! 2021 ສະຫວັນນະເຂດ ຈັດເກັບລາຍຮັບໄດ້ເກີນແຜນ

170

ແຂວງສະຫວັນນະເຂດ ກໍ່ໄດ້ຂະໜານນາມວ່າເປັນແຂວງທີ່ມີທົ່ງພຽງໃຫຍ່ທີ່ສຸດໃນປະເທດ, ເປັນແຂວງແຫ່ງເສດຖະກິດ ພ້ອມທັງມີສິ່ງອຳນວຍໂດຍສະເພາະຂົວມິດຕະພາບລາວ-ໄທ ແຫ່ງ2 ແລະ ເປັນແຂວງທີ່ກຳລັງມີການພັດທະນາໃນຫຼາຍໆຢ່າງ ທັງໝົດນັ້ນໄດ້ຊ່ວຍໃຫ້ສະຫວັນນະເຂດສາມາດເກັບລາຍຮັບໄດ້ເກີນແຜນ 3% ທ່າມກາງການລະບາດຂອງພະຍາດໂຄວິດ-19.

ອີງຕາມບົດລາຍງານຂອງອົງການປົກຄອງແຂວງ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນະເຂດຊຸດທີ 2 ທີ່ຫໍວັດທະນະທຳໄກສອນພົມວິຫານ ແຂວງສະຫວັນະເຂດ, ໃນວັນທີ 12 ມັງກອນ 2022. ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຕໍ່ກອງປະຊຸມ.

ໂດຍທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2021 ທົ່ວແຂວງສາມາດຈັດເກັບລາຍຮັບໄດ້ 1.596,44 ຕື້ກີບ ເທົ່າກັບ 103% ຂອງແຜນການປີ, ໃນນັ້ນ ລາຍຮັບພູດຂອງສູນກາງປະຕິບັດຢູ່ແຂວງ ໄດ້ 934,28 ຕື້ກີບເທົ່າກັບ 111% ຂອງແຜນການປີ, ລາຍຮັບພູດຂອງແຂວງ ປະຕິບັດໄດ້ 662,16 ຕື້ກີບ ເທົ່າກັບ 94% ຂອງແຜນການປີ.

ສຳລັບລາຍຈ່າຍປະຕິບັດໄດ້ 816,92 ຕື້ກີບ ເທົ່າກັບ 99% ຂອງແຜນການປີ. ມູນຄ່າສົ່ງອອກສິນຄ້າ ປະຕິບັດໄດ້ 1.837 ລ້ານກວ່າໂດລາສະຫະລັດ ເທົ່າກັບ 104% ຂອງແຜນການ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 54,5%; ສັງເກດເຫັນວ່າ ການສົ່ງອອກມີທ່າອ່ຽງເພີ່ມຂຶ້ນ ຍ້ອນໂຮງງານຊັນເປເປີ້ເພີ່ມກໍາລັງຜະລິດເຫຍື່ອເຈ້ຍເພື່ອສົ່ງອອກ 733 ລ້ານກວ່າໂດລາສະຫະລັດ, ການສົ່ງອອກແຮ່ຄໍາປະສົມເງິນ 285 ລ້ານກວ່າໂດລາ, ການສົ່ງອອກທອງ, ນໍ້າຕານເພີ່ມຂຶ້ນ ແລະ ພິເສດໃນປີນີ້ແຂວງພວກເຮົາສາມາດສົ່ງອອກເຫຼັກເສັ້ນຂາຍຕ່າງປະເທດ ຄັ້ງທໍາອິດ ມູນຄ່າ 9 ລ້ານກ່ວາໂດລາສະຫະລັດ ແລະ ອື່ນໆ.

ການນຳເຂົ້າສິນຄ້າ ປະຕິບັດໄດ້ 1.211 ລ້ານກວ່າໂດລາສະຫະລັດ ເທົ່າກັບ 99% ຂອງແຜນການ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 34%, ສາເຫດທີ່ພາໃຫ້ເພີ່ມຂຶ້ນ ຍ້ອນການນໍາເຂົ້າໄມ້ບົດ, ການນໍາເຂົ້າເພື່ອຊົມໃຊ້ພາຍໃນ, ການນໍາເຂົ້າຊົ່ວຄາວ ຢູ່ເຂດເສດຖະກິດພິເສດ. ມູນຄ່າການຈໍລະຈອນສິນຄ້າພາຍໃນ (ຂາຍຍົກ, ຂາຍຍ່ອຍ ແລະ ບໍລິການ) ສາມາດປະຕິບັດໄດ້ 5.160 ຕື້ກວ່າກີບ ເທົ່າກັບ 101% ຂອງແຜນການປີ. ພ້ອມນັ້ນກໍໄດ້ເອົາໃຈໃສ່ການພັດທະນາຂົງເຂດວັດທະນະທຳ-ສັງຄົມ ຢ່າງຕັ້ງໜ້າ ໄປຄຽງຄູ່ກັບການພັດທະນາເສດຖະກິດ ແລະ ຂົງເຂດອື່ນໆ ໂດຍຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.