ຮູ້ໄວ້ 9 ສິ່ງ ທີ່ບໍ່ຄວນເຮັດທັນທີ ຫຼັງກິນເຂົ້າແລ້ວ

145

ການກິນເຂົ້າເປັນກິດຈະວັດປະຈໍາວັນຂອງເຮົາຢູ່ແລ້ວ ທີ່ຈະຕ້ອງຮັບປະທານບໍ່ວ່າຈະເປັນ ເຊົ້າດ ສວາຍ, ແລງ ແຕ່ເມື່ອກິນເຂົ້າແລ້ວໆ ຫຼາຍຄົນກໍມີຫຼາຍສິ່ງຫຼາຍຢ່າງທີ່ຕ້ອງເຮັດທັນທີ ເຊິ່ງບາງພຶດຕິກໍາອາດສົ່ງຜົນຮ້າຍຕໍ່ຮ່າງກາຍເຮົາໄດ້
ສະນັ້ນມື້ນີ້ແຟນຂ່າວຂອງພວກເຮົານໍາເອົາ 9 ຂໍ້ຫ້າມ ທີ່ ຫຼັງກິນເຂົ້າແລ້ວ ແລະ ບໍ່ຄວນເຮັດທັນທີ ມີຫຍັງແນ່ໄປຮູ້ກັນ

1 ຫຼັງກິນເຂົ້າແລ້ວ ບໍ່ຄວນທີ່ຈະອາບນໍ້າທັນທີ ເພາະວ່າການອາບນໍ້າເປັນການກະຕຸ້ນການໄຫຼວຽນເລືອດໄປທົ່ວຮ່າງກາຍ, ສົ່ງຜົນເຮັດໃຫ້ທ້ອງອືດ, ຢື່ງທ້ອງໄດ້
ສ່ວນເວລາໃນການອາບນໍ້າທີ່ດີໃນການກິນເຂົ້າແລ້ວໆ ຄວນຈະອາບຫຼັງກິນເຂົ້າປະມານ 1 ຊົ່ວໂມງຂຶ້ນໄປ ເພື່ອໃຫ້ອາຫານໄດ້ໃຊ້ເວລາໃນການຍ່ອຍ

2 ຫ້າມກິນໝາກໄມ້ທັນທີຫຼັງກິນເຂົ້າແລ້ວ ເພາະຈະເຮັດໃຫ້ຮ່າງກາຍບໍ່ໄດ້ຮັບສານອາຫານຈາກໝາກໄມ້ເຕັມທີ່ ສົ່ງຜົນໃຫ້ທ້ອງຢື່ງ ທ້ອງອືດຄືກັນ ໂດຍສະເພາະພວກໝາກໄມ້ທີ່ມີວິຕາມິນຊີ ຈຶ່ງຕ້ອງຖ້າອາຫານຍ່ອຍກ່ອນຈັ່ງກີນ ຈຶ່ງເປັນການດີ
3 ຫ້າມນອນຫຼັບທັນ ເພາະການນອນຫຼັບທັນທີເລີຍຫຼັງກິນເຂົ້າແລ້ວຈະສົ່ງຜົນເຮັດໃຫ້ມີກົດໄຫຼຍ້ອນ ເກີດລົມ, ເກີດແກສໃນກະເພາະອາຫານ

4 ບໍ່ຄວນເຮັດວຽກທັນທີຫຼັງກິນເຂົ້າແລ້ວ ບໍ່ວ່າຈະເປັນວຽກທີ່ຈະຕ້ອງໃຊ້ແຮງ ຫຼື ໃຊ້ສະໝອງກໍຕາມ ອາດຈະເຮັດໃຫ້ສະໝອງໃຊ້ວຽກໜັກ ບໍ່ປອດໂປ່ງ ຈະມີປະລິມານເລືອດທີ່ໄປລ້ຽງຫ້າມເນື້ອໃນສະໝອງນ້ອຍລົງ ແນະນຳໃຫ້ພັກຜ່ອນກ່ອນ
5 ບໍ່ຄວນດື່ມຊາຫຼັງກິນເຂົ້າອາຫານ ເພາະຈະເຮັດໃຫ້ການດູດຊືມສານອາຫານຕ່າງໆຂອງຮ່າງກາຍດູດຊຶມໄດ້ນ້ອຍລົງ ໂດຍສະເພາະທາດເຫັກຈະບໍ່ດູດຊຶ້ມເລີຍ ເຊິ່ງມີຄວາມສ່ຽງສູງ ໃນການເກີດພະຍາດຫຼອດເລືອດຫົວໃຈ

6 ບໍ່ຄວນປົດເຂັມຂັດສົ້ງເສື້ອ ຫຼັງກິນເຂົ້າແລ້ວ ເພາະອາດເຮັດໃຫ້ລຳໄສ້ບໍ່ປົກກະຕິດ ອາດເຮັດໃຫ້ລຳໄສ້ບິດໂຕ ແລະ ອຸດຕັນໄດ້
7 ບໍ່ຄວນສູບຢາຫຼັງກິນ ເພາະມີໂອກາດສູງໃນການເກີດພະຍາດມະເຮັງເພີ່ມຂຶ້ນອີກຫຼາຍເທົ່າໂຕ
8 ຫ້າມອອກກຳລັງກາຍ ເພາະຈະເຮັດໃຫ້ຈຸກ, ການດູດຊຶມອາຫານມີປະສິດທິພາບຫຼຸດລົງອີກດ້ວຍ

9 ກິນເຂົ້າແລ້ວໆ ບໍ່ຄວນຂັບລົດເລີຍ ເພາະວ່າຫຼັງກິນເຂົ້າແລ້ວຮ່າງກາຍອາດອ່ອນເພຍ, ຕ້ອງການພັກຜ່ອນ, ອາດເຮັດໃຫ້ງ້ວງນອນ ອັນສົ່ງຜົນຕໍ່ການຫຼັບໃນ ເກີດອຸປະຕິເຫດໄດ້
ເຊື່ອງວ່າຫຼາຍໆຄົນມີພຶດຕິກຳແບບທີ່ວ່າມາສ່ວນຫຼາຍ ສະນັ້ນຮູ້ແລ້ວແມ່ນປັບປ່ຽນພຶດຕິກຳໃໝ່ ເພື່ອສຸຂະພາບ ແລະ ຮ່າງກາຍທີ່ດີຂອງຕົວທ່ານ ແລະ ຄົນທີ່ທ່ານຮັກ

ຂອບໃຈຂໍ້ມູນຈາກ: EventPass