ໂອກາດດີມາແລ້ວ! ແມ່ຍິງລາວ ຜູ້ຢາກເປັນເຈົ້າຂອງຮ້ານອາຫານສະໝັກເລີຍ

171

ເຈົ້າຂອງທຸລະກິດໃຜໆກໍ່ຢາກເປັນ ປັດຈຸບັນ ສະມາຄົມນັກທຸລະກິດແມ່ຍິງ ໄດ້ຮ່ວມກັບອົງການແພລນສາກົນ ປະຈໍາ ສປປ ລາວ ຈັດຕັ້ງໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໜຸ່ມ ຜູ້ມີແນວຄິດຢາກເປັນເຈົ້າຂອງຮ້ານອາຫານໃນອະນາຄົດ ເພື່ອສະໝັກເຂົ້າຮ່ວມເອົາທຶນເຝິກອົບຮົມການລິເລີ່ມເຮັດທຸລະກິດ.

ເພື່ອສ້າງແນວຄວາມຄິດໃຫ້ສັງຄົມໃນສະພາບ ທີ່ສັງຄົມກໍາລັງຫັນປ່ຽນໄປສູ່ ວິຖີຊີວິດ ປົກກະຕິແບບໃໝ່, ທາງດ້ານການອະນຸລັກ: ອາຫານ, ການກິນ, ການດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ, ຮີດຄອງປະເພນີ ຂອງຄົນລາວພວກເຮົາ ໃຫ້ສາມາດຢູ່ກັບສັງຄົມໃນປັດຈຸບັນໄດ້ຢ່າງປອດໄພ ແລະ ປຸກລະດົມ ເຊີນຊວນແມ່ຍິງໜຸ່ມ ຜູ້ມີແນວຄິດລິເລີ່ມທີ່ຈະເປັນນັກທຸລະກິດໃນອະນາຄົດ ເພື່ອຊຸກຍູ້ ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດທີ່ປຸງແຕ່ງອາຫານ, ຮ້ານຂາຍຍ່ອຍ.

ໃນວັນທີ 29ມັງກອນ2022 ທີ່ຈະມາເຖິງນີ້ ຈະມີການແຂ່ງຂັນປຸງແຕ່ງອາຫານ ໃນງານເທດສະການອາຫານລາວ ປະຈຳປີ 2022 ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ເພື່ອຄັດເລືອກເຂົ້າຮ່ວມໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໜຸ່ມຜູ້ຢາກກາຍເປັນເຈົ້າຂອງຮ້ານອາຫານໃນອະນາຄົດ.

ທ່ານໃດມີເງື່ອນໄຂ ແລະ ສົນໃຈເຂົ້າຮ່ວມ ກະລຸນາປະກອບແບບຟອມສະໝັກ ຂອງທ່ານ ມາຍັງ ຫ້ອງການ ສະມາຄົມນັກທຸລະກິດແມ່ຍິງ ທີ່ອີເມວ: info@laobusinesswomenassociation.org

ຫລື ສົ່ງເຂົ້າທີເບີແອັບເບີ: 02099724004 (ທ. ສຸລີ) ພາຍໃນວັນທີ 18/01/2022

ຮູບພາບປະກອບຈາກອິນເຕີເນັດ..