ຈີນ-ຟີລິບປິນ ສັ່ງງົດນຳເຂົ້າຊີ້ນງົວ ຈາກການາດາ

148

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ມັງກອນ 2022 ວ່າ ກະຊວງກະສິກຳຂອງການາດາເປີດເຜີຍວ່າ: ໄດ້ຮັບແຈ້ງການຈາກຈີນ ແລະ ຟີລິບປິນວ່າ ທັງ 2 ປະເທດໄດ້ໂຈະການນຳເຂົ້າຊີ້ນງົວຈາກການາດາ ເນື່ອງຈາກມີຄວາມກັງວົນຕໍ່ສະຖານະການການແຜ່ລະບາດຂອງພະຍາດງົວບ້າຄັ້ງໃໝ່ໃນການາດາ ເຊິ່ງມີການຢືນຢັນເມື່ອເດືອນທັນວາຜ່ານມາ ໂດຍເປັນຄັ້ງທຳອິດໃນຮອບ 6 ປີທີ່ການາດາກວດພົບເຊື້ອພະຍາດງົວບ້າພາຍໃນປະເທດ.

ກ່ອນໜ້ານີ້ ສາທາລະນະລັດເກົາຫຼີ ໄດ້ສັ່ງໂຈະການນຳເຂົ້າຊີ້ນງົວຈາກການາດາເປັນປະເທດທຳອິດ ຈາກເຫດການການແຜ່ລະບາດຂອງພະຍາດດັ່ງກ່າວ, ທັງນີ້ ການາດາເປັນປະເທດທີ່ສົ່ງອອກຊີ້ນງົວລາຍໃຫຍ່ອັນດັບ 8 ຂອງໂລກ ໂດຍຈີນ ເປັນຕະຫຼາດໃຫຍ່ອັນດັບ 3 ຂອງການາດາ.

ແນວໃດກໍຕາມ ສະມາຄົມຜູ້ປະກອບການອາຊີບລ້ຽງສັດຂອງການາດາຄາດຫວັງວ່າ ມາດຕະການໂຈະການນຳເຂົ້າຊີ້ນງົວຈາກການາດາ ຈະມີຜົນບໍ່ດົນ ໂດຍສະເພາະ ສປ ຈີນ ເນື່ອງຈາກວ່າ ລັດຖະບານຈີນ ເຄີຍໃຊ້ມາດຕະການດັ່ງກ່າວກັບບຣາຊິນມາແລ້ວເປັນເວລາ 3 ເດືອນ ກ່ອນຈະກັບມານຳເຂົ້າຊີ້ນງົວຈາກບຣາຊິນອີກຄັ້ງ.