ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດຄາດວ່າເສດຖະກິດ ສປປ ລາວ ປີ2022ຈະຂະຫຍາຍຕົວປະມານ 4,2%

304

ອີງຕາມຂໍ້ມູນ ບົດປະເມີນສະພາບເສດຖະກິດໃນທ້າຍປີ 2021 ແລະ ທ່າອ່ຽງໃນປີ 2022 ຂອງສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ເດືອນຕຸລາ 2021 ຄາດຄະເນເສດຖະກິດສປປລາວ ຈະຄ່ອຍໆຟື້ນຕົວຂຶ້ນໃນໄລຍະກາງ ແຕ່ອາດຈະຍັງຕ່ໍາກວ່າລະດັບການຂະຫຍາຍຕົວກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໃນປີ 2022 ຄາດວ່າເສດຖະກິດຈະຂະຫຍາຍຕົວປະມານ 4,2%.

ການເຕີບໂຕດັ່ງກ່າວຄາດວ່າ ຈະຖືກຂັບເຄື່ອນໂດຍຂະແໜງການຜະລິດທີ່ຕິດພັນກັບການສົ່ງອອກ ເພື່ອຕອບສະໜອງຄວາມຕ້ອງການຈາກຕ່າງປະເທດທີ່ເພີ່ມຂຶ້ນ, ນະໂຍບາຍການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເປັນການອັດສີດເງິນເຂົ້າໃນລະບົບເສດຖະກິດອີກທາງໜຶ່ງ, ການປັບໂຕເຂົ້າກັບວິຖີຊີວິດແບບໃໝ່ ແລະ ການຢູ່ຮ່ວມກັບພະຍາດໂຄວິດ-19 ບົນພື້ນຖານການໄດ້ຮັບວັກຊີນໂຄວິດ-19 ຂອງກຸ່ມຄົນເປົ້າໝາຍ ຈະກາຍເປັນປັດໄຈສໍາຄັນທີ່ຈະຊ່ວຍໃຫ້ຂະແໜງບໍລິການການຜະລິດໃນຕໍ່ໜ້າ.

ພ້ອມກັນນັ້ນ, ໃນຕໍ່ໜ້າ ສປປ ລາວ ຍັງມີໂອກາດເປັນຕົ້ນແມ່ນ ການຈະເປີດນໍາໃຊ້ລົດໄຟຢ່າງເປັນທາງການ, ການເຈລະຈາເປີດຕະຫຼາດສົ່ງອອກພືດ ແລະ ຜະລິດຕະພັນພືດ ແລະ ສັດ ກັບ ສປ ຈີນ ຫຼາຍລາຍການ, ການເຂົ້າຮ່ວມໃນຂອບການຮ່ວມມືເສດຖະກິດພາກພື້ນແບບຮອບດ້ານ (Regional Comprehensive Economic Partnership: RCEP) ແລະ ຂອບການຮ່ວມມື ໃນຂອບອື່ນໆລ້ວນແຕ່ ຈະເປີດໂອກາດທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ ສປປ ລາວ.
ການຍາດແຍ່ງກາລະໂອກາດຈາກບົດບາດສໍາຄັນຂອງເຕັກໂນໂລຊີດິຈິຕອນໃນການຂັບເຄື່ອນກິດຈະກໍາທາງເສດຖະກິດ-ສັງຄົມ ແລະ ນຳໄປສູ່ແນວໂນ້ມການປ່ຽນແປງທີ່ສໍາຄັນຂອງໂລກ (Mega Trend) ເປັນຕົ້ນແມ່ນ ຫັນການຂາຍໄປສູ່ການຂາຍຍ່ອຍແບບອອນລາຍ, ການເດີນທາງ (Future of Mobility) ທີ່ຫັນໄປສູ່ການເຮັດທຸລະກໍາໂດຍການເຊື່ອມຕໍ່ຜ່ານເຄືອຂ່າຍອອນລາຍຫຼາຍຂຶ້ນ ແລະ ການຫັນປ່ຽນຈາກການໃຊ້ພະລັງງານເຊື້ອໄຟ ໄປສູ່ພະລັງງານໄຟຟ້າແທນ ເຊັ່ນ: ລົດໄຟຟ້າ.

ສະພາບການຂາດແຄນພະລັງງານໃນ ສປ ຈີນ ຖືເປັນໂອກາດອັນດີສໍາລັບປະເທດເຮົາໃນການດຶງດູດການລົງທຶນ ເນື່ອງຈາກເຮົາມີທ່າແຮງດ້ານໄຟຟ້າ. ນອກຈາກນັ້ນ, ການເພີ່ມຂອງລາຄາສິນຄ້າໃນຕະຫຼາດໂລກ ຈະເປັນໂອກາດອັນດີໃຫ້ແກ່ພາກການສົ່ງອອກຂອງລາວ ເປັນຕົ້ນ: ການສົ່ງອອກແຮ່ທາດ ແລະ ສິນຄ້າກະສິກໍາ.

ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີສິ່ງທ້າທາຍທີ່ອາດສົ່ງຜົນຕໍ່ເສດຖະກິດລາວ ເປັນຕົ້ນແມ່ນ: ຄວາມບໍ່ແນ່ນອນກ່ຽວກັບການລະບາດຂອງພະຍາດໂຄວິດ-19 ທີ່ຍັງຈະເປັນອຸປະສັກໃນການຜະລິດ ແລະ ການບໍລິການຂອງຫຼາຍຂະແໜງການ, ລັດຖະບານປະເທດຕ່າງໆໃນທົ່ວໂລກ ເລີ່ມຖອນມາດຕະການຊ່ວຍເຫຼືອດ້ານເສດຖະກິດໃຫ້ແກ່ບໍລິສັດຕ່າງໆ ໃນໄລຍະການລະບາດໜັກຂອງພະຍາດໂຄວິດ-19, ລວມເຖິງການກຽມຂຶ້ນອັດຕາດອກເບ້ຍຂອງທະນາຄານກາງຫຼາຍແຫ່ງທົ່ວໂລກ ຍ້ອນເສດຖະກິດເລີ່ມຟື້ນຕົວ ແລະ ເພື່ອສະກັດກັ້ນເງິນເຟີ້ທີ່ເກີດຂຶ້ນຈາກການອັດສີດເງິນເຂົ້າລະບົບຫຼາຍໃນໄລຍະການລະບາດຂອງພະຍາດ ອາດເຮັດໃຫ້ການລົງທຶນມີຕົ້ນທຶນສູງຂຶ້ນ ແລະ ຫຼາຍບໍລິສັດມີຄວາມສ່ຽງຫຼາຍຂຶ້ນທີ່ຈະລົ້ມລະລາຍ ຈາກພາລະໜີ້ສິນທີ່ເພີ່ມຂຶ້ນ, ຊຶ່ງອາດກະທົບຕໍ່ການລົງທຶນຂອງຕ່າງປະເທດຢູ່ລາວ.

ການຟື້ນຕົວຂອງເສດຖະກິດຂອງບັນດາປະເທດ ຍັງສົ່ງຜົນໃຫ້ເງິນຕາຕ່າງປະເທດແຂງຄ່າ ເປັນຕົ້ນແມ່ນການແຂງຄ່າຂອງເງິນໂດລາຈາກການຟື້ນຕົວຂອງເສດຖະກິດອາເມລິກາ, ເງິນຢວນ ແຂງຄ່າຫຼາຍທີ່ສຸດໃນອາຊີ ແລະ ເງິນບາດ ເລີ່ມກັບມາແຂງຄ່າຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໄທເລີ່ມຫຼຸດລົງ ແລະ ການເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາໄທຫຼາຍຂຶ້ນ, ສະພາບດັ່ງກ່າວ ຈະເພີ່ມຄວາມກົດດັນຕໍ່ອັດຕາແລກປ່ຽນເງິນກີບທຽບເງິນຕາຕ່າງປະເທດ ທີ່ອ່ອນຄ່າຢູ່ແລ້ວໃນປັດຈຸບັນ, ການເພິ່ມຂຶ້ນຂອງລາຄາພະລັງງານ ໂດຍສະເພາະໃນ ສປ ຈີນ ແລະ ທ່າອ່ຽງອັດຕາເງິນເຟີ້ ໄດ້ກະທົບຕົ້ນທຶນການຜະລິດ ຊຶ່ງຈະເຮັດໃຫ້ການນຳເຂົ້າວັດຖຸອຸປະກອນ ລວມເຖິງສິນຄ້າອຸປະໂພກ-ບໍລິໂພກທີ່ຢູ່ໃນຮ່ອງໂສ້ການຜະລິດຂອງຈີນ ມີລາຄາສູງຂຶ້ນ ຊຶ່ງຈະເຮັດໃຫ້ປະເທດເຮົາຂາດດຸນການການຄ້າຫຼາຍຂຶ້ນ.