R.I.P ເສຍຊີວິດໃໝ່ 9 ຄົນ, ພົບຜູ້ຕິດເຊື້ອໃໝ່ທັງໝົດມື້ນີ້ 1.066 ຄົນ

136

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 8 ມັງກອນ ປີ 2022 ແລະ ລາຍງານໃຫ້ທ່ານຊາບ ວຽກງານການ ສັກວັກຊິນ ວ່າ ມາຮອດວັນທີ 7 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດ ຊອກຫາເຊື້ອໂຄວິດ-19 ທັງຫມົດ 5.269 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງຫມົດ 1.066 ຄົນ (ຕິດເຊື້ອພາຍໃນ ມີ 1.062 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ)

ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 117.956 ຄົນ, ເສຍຊີວິດສະສົມ 430 ຄົນ (ໃນນີ້ເສຍຊີວິດ ໃຫມ່ 09 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 321 ຄົນ, ກໍາລັງປິ່ນປົວ 7.090 ຄົນ (ກວມເອົາ 6.09% ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 93 % ຂອງຈໍານວນຜູ້ຕິດເຊື້ອສະສົມທັງຫມົດ.)

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃຫມ່ ທັງຫມົດ 1.062 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາຫນ້ອຍມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 399 ຄົນ, ອຸດົມໄຊ 109 ຄົນ, ໄຊຍະບູລີ ມີ 80 ຄົນ, ແຂວງວຽງຈັນ ມີ 35 ຄົນ, ຫຼວງພະບາງ ມີ 45 ຄົນ, ຜົ້ງສາລີ ມີ 44 ຄົນ, ບໍລິຄໍາໄຊ ມີ 42 ຄົນ, ສະຫວັນນະເຂດ ມີ 38 ຄົນ, ບໍ່ແກ້ວ ມີ 36 ຄົນ, ຫຼວງນ້ໍາທາ ມີ 35 ຄົນ, ຊຽງຂວາງ ມີ 35 ຄົນ

ໄຊສົມບູນ ມີ 35 ຄົນ 13. ຫົວພັນ ມີ 31 ຄົນ, ຈໍາປາສັກ ມີ 22 ຄົນ, ເຊກອງ ມີ 19 ຄົນ, ຄໍາມ່ວນ ມີ 18 ຄົນ, ສາລະວັນ ມີ 16 ຄົນ, ອັດຕະປື ມີ 3 ຄົນ
ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແຂວງສະຫວັນນະເຂດ 4 ຄົນ, ເສຍຊີວິດໃໝ່ 9 ຄົນ ຈາກນະຄອນຫຼວງວຽງຈັນ 4 ຄົນ, ຫົວພັນ 2 ຄົນ, ອຸດົມໄຊ 2 ຄົນ ແລະ ຫຼວງພະບາງ 1 ຄົນ.