ກະແສມາແຮງບໍ່ຢຸດເລື່ອງຢາປົວໂຄວິດ ມາເບິ່ງຄຳຕອບຈາກຜູ້ຜະລິດດີກວ່າ

258

ຕອນນີ້ມີຢາເມັດສຳລັບປິ່ນປົວຜູ້ຕິດເຊື້ອໂຄວິດ-19​ແລ້ວແຕ່ເຫັນວ່າ ລາຄາສູງເຖິງກ່ອງລະ 400.000 ກີບ ເຊິ່ງນັ້ນບໍ່ແມ່ນບັນຫາ ປະເດັນຄືບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ຍັງຂາດຕະຫຼາດຢູ່ ຫຼ້າສຸດນີ້ທ່ານ ຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ3 ໃຫ້ຮູ້ວ່າ ໄວໆນີ້ຈະໃຫ້ສາມາດຕອບສະໜອງໄດ້.

ທ່ານ ລາຫຸນ ຈັນທະບຸດ ຜູ້ອຳນວຍການ ບໍລິສັດ ລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້ລາຍງານກ່ຽວກັບການຜະລິດ ແລະ ສະໜອງຢາປິ່ນປົວພະຍາດໂຄວິດ-19 ໃນວັນທີ 6 ມັງກອນ​ 2022​ ວ່າ: ລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້ມີຜະລິດຕະພັນຢາປິ່ນປົວໂຄວິດຕັ້ງແຕ່ເລີ່ມມີພະຍາດໂຄວິດ-19 ເຂົ້າມາລະບາດ ຊຶ່ງມີຜະລິດຕະພັນ 2 ໝວດ, ໝວດທີ 1 ສຳລັບປ້ອງກັນ ແລະ ໝວດທີ 2 ສຳລັບການປິ່ນປົວ.​

ສຳລັບໝວດການປ້ອງກັນມີຜ້າປິດປາກ-ດັງ, ມີເຈວສຳລັບລ້າງມືເພື່ອປ້ອງກັນ, ມີເຫຼົ້າສຳລັບຊີດພົ່ນຂ້າເຊື້ອ,​ພ້ອມທັງມີໝວດການປິ່ນປົວ​ ມີຜະລິດຕະພັນລາຊາບີ, ກະຊາຍຂາວ, ຜັກຄາວທອງ ເພື່ອເປັນການສົ່ງເສີມໃຫ້ນໍາໃຊ້ຢາພື້ນເມືອງຂອງລາວ ຍ້ອນວ່າມັນບໍ່ມີຜົນສະທ້ອນຕໍ່ສຸຂະພາບ ດັ່ງນັ້ນ, ຈຶ່ງຢາກແນະນຳປະຊາຊົນໃຫ້ຫັນມາຊົມໃຊ້ຜະລິດຕະພັນຢາພື້ນເມືອງຂອງລາວໃຫ້ຫຼາຍຂຶ້ນລາຄາກໍບໍ່ແພງ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ.

ທ່ານ ລາຫຸນ ຈັນທະບຸດ ກ່າວໃຫ້ຮູ້ອີກວ່າ: ສຳລັບຢາປິ່ນປົວພະຍາດໂຄວິດ-19 ທີ່ຜະລິດອອກມາໃໝ່ເປັນຢາທີ່ຜະລິດດ້ວຍເຄມີ ຊຶ່ງໄດ້ຮັບການພັດທະນາໂດຍ ບໍລິສັດ ເມິກ ຂອງປະເທດສະຫະລັດອາເມຣິກາ ຊຶ່ງພວກເຮົາໄດ້ນໍາເອົາຢາດັ່ງກ່າວມາຜະລິດຢູ່ໃນປະເທດ ຖືເປັນກາລະໂອກາດອັນດີຂອງລາວ ທີ່ພວກເຮົາໄດ້ມີຢາປິ່ນປົວທີ່ມີປະສິດທິພາບສູງ ຢາດັ່ງກ່າວໄດ້ມີການວາງຈຳໜ່າຍຫວ່າງບໍ່ດົນມານີ້, ປັດຈຸບັນມີຜູ້ຕິດເຊື້ອເປັນຈຳນວນຫຼາຍ ຈຶ່ງເຮັດໃຫ້ຄວາມສາມາດໃນການສະໜອງຢາປິ່ນປົວ ຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ຢາດັ່ງກ່າວມີຊື່ທີ່ເປັນເຄມີວ່າ: ໂມໂນປີລາເວຍ.

ເປັນຍີ່ຫໍ້ຂອງພວກເຮົາໄດ້ໃສ່ຊື່ວ່າ: ໂມລາໂກເວຍ ຊຶ່ງເປັນຢາຊະນິດແຄັບຊູນ, ກ່ອງໜຶ່ງມີ 40 ເມັດ, ສຳລັບນໍາໃຊ້ 5 ວັນ, ກິນເທື່ອລະ 4 ເມັດເຊົ້າ-ແລງ, ຫ່າງກັນ 12 ຊົ່ວໂມງ, ກ່ອນນໍາໃຊ້ຢານີ້ ຄວນອ່ານຄຳແນະນຳຢ່າງລະອຽດ ຢາດັ່ງກ່າວຜະລິດອອກມາເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແນໃສ່ເພື່ອຈຸດປະສົງຮັບໃຊ້ສັງຄົມ ເພື່ອເຮັດໃຫ້ພະຍາດໂຄວິດ-19 ຢຸດເຊົາ ແລະ ໝົດໄປຈາກສັງຄົມ ຊຶ່ງປັດຈຸບັນທາງໂຮງງານຜະລິດຢາເລກ 3 ກຳລັງດຳເນີນການຜະລິດທຸກວັນ ເນື່ອງຈາກມີຜູ້ຕິດເຊື້ອເປັນຈຳນວນຫຼາຍ ຄາດວ່າໃນໄວໆນີ້ທາງບໍລິສັດຈະສາມາດຜະລິດຢາໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຢ່າງແນ່ນອນໃນລາຄາ 400.000 ກີບຕໍ່ກ່ອງ ຊຶ່ງເປັນລາຄາຂາຍເອກະພາບກັນໃນຂອບເຂດທົ່ວປະເທດ ທ່ານສາມາດຊື້ໄດ້ຕາມຮ້ານຂາຍຢາທົ່ວໄປ, ຮ້ານທີ່ເປັນຕົວແທນຈຳໜ່າຍ ຫຼື​ ຊື້ນໍາບໍລິສັດ ລັດວິສະຫະກິດໂຮງງານຜະລິດຢາເລກ 3 ໄດ້.