ສຸດຍອດນະຄອນຫຼວງ ເຈົ້າຂອງໃບປະກາດແດງເກືອບ 80% ເປັນນັກຮຽນຍິງ

214

ຈາກການສະຫຼຸບຜົນການສອບເສັງສົກຮຽນຜ່ານມາຂອງນະຄອນຫຼວງວຽງຈັນ ສະເພາະຊັ້ນມັດທະຍົມແມ່ນມີຜູ້ໄດ້ຄະແນນດີ 9 ຂຶ້ນເມືອທັງໝົດ 51 ຄົນໄດ້ໃບປະກາດແດງ ໃນນັ້ນ 40 ຄົນເປັນນັກຮຽນຍິງກວມເຖິງ78,43% ຖືເປັນຂ່າວດີ ແລະເປັນບາດກ້າວໃໝ່ຂອງເອື້ອຍນ້ອງຍິງ ທັງຍົກໃຫ້ເປັນຜົນງານຂອງຄູອາຈານທີ່ແນະແນວໄດ້ດີທ່າມກາງການລະບາດຂອງພະຍາດໂຄວິດ-19.

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີສະຫຼຸບການສອບເສັງຈົບຊັ້ນ ປ.5 ມ.4 ແລະ ມ.7 ປະຈຳສົກຮຽນ 2020-2021 ແບບເຊິ່ງໜ້າ ແລະ ຜ່ານທາງອອນລາຍຂຶ້ນໃນວັນທີ 30 ທັນວາຜ່ານມາ, ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ ) ໂດຍມີທ່ານ ບັນຈົງ ລັດທະວັນ ຮອງຫົວໜ້າກົມສາມັນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ໄດ້ລາຍງານໃຫ້ຮູ້ວ່າ: ຕາມປົກກະຕິແລ້ວຜົນການສອບເສັງຈົບຊັ້ນ ປ5, ມ4 ແລະ ມ7 ແມ່ນສຳເລັດແຕ່ກາງປີ 2021 ຜ່ານມາ ແຕ່ບໍ່ສາ ມາດຈັດພິທີສະຫຼຸບໄດ້ຍ້ອນການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ເລື່ອນພິທີສະຫຼຸບມາຈັດໃນຕົ້ນເດືອນມັງກອນ 2022.

ໃນນັ້ນການສອບ ເສັງຈົບຊັ້ນ ປ5 ໄດ້ຈັດເປັນສອງໄລຍະຄື: ໄລຍະ 1 ລະຫວ່າງວັນທີ 3-4 ສິງຫາ 2021 ສອບເສັງ 8 ເມືອງ, ໄລຍ 2 ລະຫວ່າງວັນທີ 20-21 ສິງຫາ 2021 ຈັດສອບເສັງຢູ່ເມືອງສັງທອງ, ຊຶ່ງສອບເສັງໃນ 3 ວິຊາຄື: ວິຊາຄະນິດສາດ, ພາສາລາວ (ຫັດແຕ່ງ-ຂຽນທວາຍ) ແລະ ວິຊາໂລກອ້ອມຕົວ, ມີນັກຮຽນທັງໝົດ 14.972 ຄົນ, ຍິງ 7.325 ຄົນ, ມີໜ້າສອບເສັງຕົວຈິງ 14.896 ຄົນ, ຍິງ 7.292 ຄົນ, ສອບເສັງໄດ້ທັງໝົດ 14.824 ຄົນ, ຍິງ 7.276 ຄົນ, ໃນນັ້ນຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາມີ 1.856 ຄົນ, ຍິງ 1.206 ຄົນ, ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາມີ 134 ຄົນ, ຍິງ 108 ຄົນ.

ການສອບເສັງຈົບຊັ້ນ ມ4 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-23 ກໍລະກົດ 2021 ສອບເສັງ 6 ວິຊາຄື: ວິ ຊາຄະນິດສາດ, ພາສາລາວ-ວັນນະຄະດີ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ, ສຶກສາພົນລະເມືອງ ແລະ ວິຊາພາສາອັງກິດ ມີນັກຮຽນທັງໝົດ 11.947 ຄົນ, ຍິງ 6.013 ຄົນ, ມີໜ້າສອບເສັງຕົວຈິງ 11.912 ຄົນ ຍິງ 5.995 ຄົນ, ສອບເສັງໄດ້ທັງໝົດ 11.879 ຄົນ, ຍິງ 5.990 ຄົນ, ໃນນັ້ນຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາມີ 959 ຄົນ, ຍິງ 620 ຄົນ, (ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາ)ໄດ້ຮັບໃບປະກາສະນິຍະບັດແດງມີ 30 ຄົນ, ຍິງ 23 ຄົນ, ນັກຮຽນທີ່ສອບເສັງໄດ້ຄະແນນສູງສຸດ 57,90 ຄະແນນມີ 1 ຄົນ, ຈຳນວນໂຮງຮຽນທີ່ເສັງໄດ້ 100% ມີທັງໝົດ 152 ໂຮງຮຽນ.

ສະເພາະຊັ້ນ ມ7 ໄດ້ຈັດສອບເສັງໃນລະຫວ່າງວັນທີ 28-30 ກໍລະກົດ 2021 ສອບເສັງເອກະພາບພ້ອມກັນທົ່ວປະເທດໃນ 5 ວິຊາຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ກຸ່ມວິທະຍາສາດທຳມະຊາດ (ຟິຊິກສາດ, ເຄມີສາດ, ຊີວະສາດ), ກຸ່ມວິທະຍາສາດສັງຄົມ (ພູມສາດ, ປະຫວັດສາດ, ສຶກສາພົນລະເມືອງ) ແລະ ວິຊາພາສາອັງກິດມີນັກຮຽນທັງໝົດ 8.980 ຄົນ, ຍິງ 4.669 ຄົນ, ມີໜ້າສອບເສັງຕົວຈິງ 8.963 ຄົນ, ຍິງ 4.661 ສອບເສັງໄດ້ທັງໝົດ 8.913 ຄົນ, ຍິງ 4.625 ຄົນ, ໃນນັ້ນຄະແນນສະເລ່ຍໄດ້ 7 ຂຶ້ນໄປທຸກວິຊາມີ 2.172 ຄົນ, ຍິງ 1.421 ຄົນ, (ຄະແນນສະເລ່ຍ 9 ຂຶ້ນໄປທຸກວິຊາ) ໄດ້ຮັບໃບປະກາສະນິຍະບັດແດງມີ 21 ຄົນ, ຍິງ 18 ຄົນ, ນັກຮຽນທີ່ສອບເສັງໄດ້ຄະແນນສູງສຸດ 48,10 ຄະແນນມີ 1 ຄົນ, ຈຳນວນໂຮງຮຽນທີ່ເສັງໄດ້ 100% ມີທັງໝົດ 87 ໂຮງຮຽນ.

ໃນພິທີຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ ໃຫ້ຄະນະຮັບຜິດຊອບກຳມະການສອບເສັງຈົບຊັ້ນ ມ4, ມ7 ຈຳນວນ 16 ທ່ານ, ມອບໃບຍ້ອງຍໍຂັ້ນເຈົ້າຄອງນະຄອນຫຼວງວຽງຈັນໃຫ້ນັກຮຽນທີ່ສອບເສັງໄດ້ໃບປະກາສະນີຍະບັດແດງຈຳນວນ 51 ຄົນ, ຍິງ 40 ຄົນ, ໃນນັ້ນຊັ້ນ ມ4 ຈຳນວນ 30 ຄົນ, ຍິງ 22 ຄົນ ແລະ ຊັ້ນມ7 ຈຳນວນ 20 ຄົນ, ຍິງ 18 ຄົນ ແລະ ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ໂຮງຮຽນທີ່ສ້າງນັກຮຽນໄດ້ອັນດັບດີເລີດຊັ້ນມ4 ແລະ ມ7 ທີ່ໄດ້ຮັບໃບປາກາສະນິຍະບັດແດງຈຳນວນ 13 ໂຮງຮຽນຕື່ມອີກ.
ຂ່າວຈາກ: ນສພ ປະຊາຊົນ