ສຸດຍອດບ້ານນີ້! ບໍ່ຄອງຄອຍ, ບໍ່ເອື່ອຍອີງ ທຸ່ມທັງຊັບສິນ ແລະເຫື່ອແຮງສ້າງທາງເບຕົງເອງ

164

ເພື່ອຍົກລະດັບເສັ້ນທາງຂອງບ້ານໃຫ້ກາຍເປັນເສັ້ນທາງເບຕົງເສີມເຫຼັກ, ອີງຕາມການປຶກສາຫາລື ລະຫວ່າງການນໍາຂອງບ້ານມ່ວງໄຂ່,ພ້ອມຄະນະສົງ,ເຖົ້າແກ່ແນວໂຮມພໍ່ແມ່ປະຊາຊົນໃນບ້ານດັ່ງກ່າວ.

ຕາມການລາຍງານຂອງທ່ານ ພູສະຫວັນ ເທບສີທາ ກໍາມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ໃຫ້ຮູ້ວ່າ: ເສັ້ນທາງເບຕົງເສີມເຫຼັກເສັ້ນທີ 4 ຂອງບ້ານມ່ວງໄຂ່ ແມ່ນໄດ້ເລີ່ມລົງມືກໍ່ສ້າງໃນ ວັນທີ 3 ມັງກອນ 2022 ໃນແຜນການກໍ່ສ້າງເບື້ອງຕົ້ນແມ່ນມີລວງຍາວ 327 ແມັດ,ກວ້າງ4,50 ແມັດ,ໜາ 15 ຊັງຕີແມັດ,ສາມາດຮັບນໍ້າໜັກໄດ້ 12 ໂຕນ

ໂດຍແມ່ນແຮງງານຂອງປະຊາຊົນບ້ານມ່ວງໄຂ່ກໍ່ສ້າງເອງ ເຊິ່ງໄດ້ຜັດປ່ຽນກັນມື້ລະ 15 ຄອບຄົວ ກໍານົດເອົາມື້ລະ 6 ເຟມ,ເຟມລະ 6 ແມັດ, ສ່ວນທຶນຮອນທີ່ນຳໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນຂອງພໍ່ແມ່ປະຊາຊົນພີ່ນ້ອງລູກຫຼານຊາວບ້ານມ່ວງໄຂ່ ແລະ ຜູ້ປະກອບການ,ນັກທຸລະກິດ ພ້ອມທັງໄດ້ຮັບການປະກອບສ່ວນຂອງສັງຄົມ ຈາກຫຼາຍພາກສ່ວນ ລວມມູນຄ່າໃນການກໍ່ສ້າງທັງໝົດ 80 ລ້ານກ່ວາກີບ

ທັງໝົດນີ້ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີກັນຢ່າງແໜ້ນແຟ້ນ ຂອງປະຊາຊົນຊາວບ້ານມ່ວງໄຂ່ ທີ່ພ້ອມກັນປະກອບສ່ວນທາງດ້ານວັດຖຸ, ທຶນຮອນ ແລະ ເຫື່ອແຮງເຂົ້າໃນການສ້າງເສັ້ນທາງເບຕົງເສີມເຫຼັກ ເພື່ອໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ມີຄວາມສະດວກສະບາຍຂື້ນ,ເຊິ່ງຄາດຄະເນການກໍ່ສ້າງແມ່ນຈະໃຫ້ສໍາເລັດ ວັນທີ 30 ມັງກອນ 2022 ນີ້.