ມອບເຄື່ອງຊ່ວຍເຫຼືອຕ້ານໄພໜາວໃຫ້ແກ່ປະຊາຊົນຜູ້ທຸກຍາກຢູ່ ເມືອງຜາອຸດົມ

117

ຊ່ວງນີ້ແມ່ນເປັນລະດູໜາວ, ໃນຕອນເຊົ້າຂອງວັນທີ 5 ມັງກອນ 2022 ນີ້. ການນໍາເມືອງຜາອຸດົມ ສືບຕໍ່ມອບເຄື່ອງຊ່ວຍ ເຫຼືອຕ້ານໄພໜາວໃຫ້ແກ່ປະຊາຊົນຜູ້ທຸກຍາກ ບ້ານມົກສຸກ ເມືອງຜາອຸດົມ ແຂວງບໍ່ແກ້ວ. ໄດ້ມອບໃຫ້ອົງການຈັດຕັ້ງບ້ານ ເພື່ອມອບຕໍ່ໃຫ້ປະຊາຊົນ ຄອບຄົວທຸກຍາກຈຳນວນ 100 ຫຼັງຄາເຮືອນ.

ເປັນກຽດເຂົ້າຮ່ວມການມອບຂອງທ່ານ ສົມນິດ ໄຊທະວົງສິດ ກໍາມະການພັກເມືອງ ຮອງເຈົ້າເມືອງໆຜາອຸດົມ ( ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາ-ສັງຄົມເມືອງ ) ມີທ່ານ ນາງ ຈັນທອນ ພອນສະລິ ກໍາມະການພັກເມືອງ ຫົວໜ້າຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງ ມີພະນັກງານວິຊາການກ່ຽວຂ້ອງພ້ອມດ້ວຍ ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນເຂົ້າຮ່ວມ.

ເຄື່ອງທີ່ນໍາມາຊ່ວຍເຫຼືອຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນ ແລະ ການລະດົມທຶນຂອງທີມງານຮ່ວມໃຈຕ້ານໄພໜາວ ເປັນປະເພດເຄື່ອງນຸ່ງກັນໜາວຈໍານວນໜຶ່ງເຊັ່ນ: ໂສ້ງ-ເສື້ອນຸ່ງກັນໜາວຜູ້ໃຫຍ່, ເດັກນ້ອຍ, ຜ້າຫົ່ມ, ຜ້າເຊັດໂຕ, ເຊິ່ງຕາງໜ້າ ມອບ ໂດຍ ທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງໆຜາອຸດົມ ພ້ອມດ້ວຍຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ແລະ ວິຊາການທີ່ກ່ຽວຂ້ອງ ຕາງໜ້າຮັບໂດຍ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ

ທັງນີ້, ເພື່ອເປັນການບັນເທົາຄວາມທຸກຈົນ, ຕ້ານໄພໜາວຂອງຄອບຄົວ ທີ່ຍັງຂາດເຂີນທາງດ້ານເຄື່ອງນຸ່ງຮົ່ມ ແລະ ເຮັດໃຫ້ຄອບຄົວດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.