ສຸກອາພອນ ຍ້າຍໄປຫຼິ້ນໃຫ້ກັບ ກະເສດສາດ ເອັຟຊີ ລຸຍໄທລີກ 2 ຮອບຂາກັບ

232

ສຸກອາພອນ ວົງຈຽງຄໍາ ກອງໜ້າທີມຊາດລາວ ຊຸດໃຫຍ່ ເປີດຕົວເກັບ ກະເສດສາດ ເອັຟຊີ ( Kasetsart FC ) ສະໂມສອນໃນໄທລີກ 2 ຢ່າງເປັນທາງການເມື່ອວັນທີ 27 ທັນວາ 2021 ເຊິ່ງ ສຸກອາພອນ ຈະໄດ້ລົງສະໜາມນັດທໍາອິດໃນຕົ້ນປີ 2022 ເຊິ່ງເປັນການແຂ່ງຂັນຮອບຂາກັບ ( ເລກ 2 ).

ກ່ອນໜ້ານີ້ ສຸກອາພອນ ຫຼິ້ນໃຫ້ກັບ ອຸດອນທານີ ເອັຟຊີ ສະໂມສອນໃນໄທລີກ 2 ສ້າງຜົນງານຢ່າງໂດດເດັ່ນ ແລະ ໄດ້ຮັບໂອກາດລົງແຂງຂັນ 16 ນັດຈາກທັງໝົດ 17 ນັດໃນຮອບຂາໄປ ( ເລກ 1 ) ສາມາດຍິງໄດ້ 3 ປະຕູ ພາ ອຸດອນທານີ ເອັຟຊີ ຢຶດອັນດັບ 3 ຂອງຕາຕະລາງຄະແນນລວມຮອບຂາໄປ ລົງສະໜາມ 17 ນັດ ຊະນະ 10, ສະໝີ 4 ແລະ ເສຍ 3 ນັດມີ 34 ຄະແນນ, ສ່ວນ ທີມນໍາຕາຕະລາງເປັນຂອງ ຕຣາດ ເອັຟຊີ ມີ 43 ຄະແນນ ແລະ ອັນດັບ 2 ສະໂຂໄທ ມີ 35 ຄະແນນ.

ແຕ່ໜ້າເສຍດາຍ ສຸກອາພອນ ບໍ່ໄດ້ສານຕໍ່ກັບ ອຸດອນທານີ ເອັຟຊີ ຈົນຈົບລະດູການນີ້ ຫຼັງຫຼ້າສຸດຕັດສິນໃຈຍ້າຍໄປຮ່ວມກັບ ກະເສດສາດ ເອັຟຊີ ທີມອັນດັບ 12 ຂອງຕາຕະລາງຄະແນນລວມໃນໄທລີກ 2 ຈາກການມີ 21 ຄະແນນລຸຍການແຂ່ງຂັນຮອບຂາກັບ ໃນອີກ 17 ນັດທີ່ເຫຼືອ ພ້ອມກັບເປົ້າໝາຍພາທີມເລື່ອນຊັ້ນໃຫ້ໄດ້.ສຸກອາພອນ ເປີດເຜີຍວ່າ: “ ຕ້ອງຂໍຂອບໃຈສະໂມສອນ ອຸດອນທານີ ເອັຟຊີ ໃຫ້ໂອກາດຂ້ອຍໄດ້ເປັນສ່ວນໜຶ່ງຂອງທີມ, ຂ້ອຍຮູ້ສຶກເປັນກຽດ ແລະ ມີຄວາມສຸກທຸກຄັ້ງທີ່ໄດ້ລົງສະໜາມໃນຖານະນັກເຕະຂອງທີມ ແລະ ຂ້ອຍຂໍຂອບໃຈແຟນບານທຸກຄົນທີ່ໃຫ້ການສະໜັບສະໜູນຂ້ອຍມາໂດຍຕະຫຼອດ, ຂ້ອຍປະຕິເສດບໍ່ໄດ້ເລີຍວ່າເຄິ່ງລະດູການທີ່ຜ່ານມາເປັນເຄິ່ງລະດູການທີ່ມີຄວາມສຸກຫຼາຍກັບຜົນງານ, ເພື່ອນຮ່ວມທີມ ແລະ ທີ່ຂາດບໍ່ໄດ້ຄືການສະໜັບສະໜູນຂອງແຟນບານ ທັງໃນ ແລະ ນອກບ້ານ ເພາະພວກເຮົາຄືທີມທີ່ແທ້ຈິງ, ແຕ່ສຸດທ້າຍແລ້ວກໍຕ້ອງມີວັນຈາກ ແລະ ວັນໜຶ່ງບານເຕະຈະເຮັດໃຫ້ພວກເຮົາໄດ້ກັບມາພົບກັນອີກຄັ້ງ ຂ້ອຍຮັກເຈົ້າ UDFC ຂອບໃຈ ”.

ສໍາລັບ ສຸກອາພອນ ວົງຈຽງຄໍາ ກອງໜ້າທີມຊາດລາວ ເກີດວັນທີ 9 ມີນາ 1992 ກ່ອນໜ້ານີ້ເປີດຕົວກັບ ສະໂມສອນ ອຸດອນທານີ ເອັຟຊີ ( Udonthani FC ) ໃນໄທລີກ 2 ຢ່າງເປັນທາງໃນເດືອນມິຖຸນາ 2021 ຫຼັງຍ້າຍມາຈາກ ພີທີ ປະຈວບ ເອັຟຊີ ຈົນຫຼ້າສຸດແມ່ນຫຼິ້ນໃຫ້ກັບ ກະເສດສາດ ເອັຟຊີ ກຽມລຸຍການແຂ່ງຂັນໄທລີກ 2 ຕໍ່ໃນຮອບຂາກັບ ທີ່ຈະເປີດສາກຂຶ້ນໃນຕົ້ນປີ 2022, ສ່ວນຜົນງານໃນ ສປປ ລາວ ເຄີຍຫຼິ້ນໃຫ້ກັບ ເອັສຣາ ເອັຟຊີ, ນະຄອນຫຼວງວຽງຈັນ ເອັຟຊີ, ລ້ານຊ້າງ ຢູໄນເຕັດ ແລະ ນະຄອນຫຼວງ ຢູໄນເຕັດ, ສ່ວນ ທີມຊາດລາວ ແມ່ນຕິດມາແຕ່ເຍົາວະຊົນ ຈົນເຖິງຊຸດໃຫຍ່.
ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ; ຮູບ: Kasetsart FC ແລະ Soukaphone Vongchiengkham