ໄດ້ແລ້ວແຊັມ 9 ປະເພດເກມກີລາ ອີ-ສະປອດໃນລາຍການ Laos National Championship 2021

121

ການແຂ່ງຂັນກີລາອີ-ສະປອດ ( E-sports ) ລາຍການ Laos National Championship 2021 ເພື່ອຄົ້ນຫາສຸດຍອດນັກກີລາດີເດັ່ນພາຍໃນປະເທດປະຈຳປິ 2021 ໄດ້ສໍາເລັດເປັນທີ່ຮຽບຮ້ອຍ ແລະ ສາມາດໄດ້ແຊັມ 9 ປະເພດເກມ ລວມທັງສາມາດຄັດເອົານັກກີລາດີເດັ່ນຈໍານວນໜຶ່ງຕິດທີມຊາດລາວ ກຽມເຂົ້າຮ່ວມລາຍການລະດັບພາກພື້ນ ແລະ ສາກົນ.

ທ່ານ ວັນທະນາ ກຸນນະວັນ ຮອງປະທານ ແລະ ເລຂາທິການສະຫະພັນກີລາ ອີ-ສະປອດແຫ່ງຊາດລາວ ໃຫ້ຂໍ້ມູນວ່າ: ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນເພື່ອເປັນການຝຶກຊ້ອມໃຫ້ນັກກີລາອີ-ສະປອດລາວ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ເຖິງວ່າຈະໄດ້ຮັບຜົນກະທົບຈາກຫຼາຍຢ່າງໂດຍສະເພາະແມ່ນ ການລະບາດຂອງ ໂຄວິດ-19. ຢ່າງໃດກໍຕາມ ລາຍການດັ່ງກ່າວແມ່ນເລີ່ມການແຂ່ງຂັນຕັ້ງແຕ່ເດືອນຕຸລາ ຈົນເຖິງທ້າຍເດືອນທັນວາ 2021 ເຊິ່ງເປັນໄລຍະເວລາ 3 ເດືອນເຕັມໆ ໂດຍນຳໃຊ້ຮູບແບບອອນໄລທັງໝົດເຂົ້າໃນການແຂ່ງຂັນ, ເຊິ່ງມີເຖິງ 9 ປະເພດເກມໄດ້ແກ່: Mobile Legend, Arena of Valor, LOL Wild Rift, PUBG Mobile, Freefire, League of legends, Valorant, Tekken7 ແລະ E-football (PES) ຊີຂອງລາງວັນມູນຄ່າ ຫຼາຍກວ່າ 60.000.000 ກີບ ຜ່ານການແຂ່ງຂັນ ກໍສາມາດໄດ້ຜູ້ຊະນະໃນແຕ່ລະປະເພດເກມຢ່າງເປັນທາງການດັ່ງນີ້:
1. ແຊັມປະເພດເກມ Mobile Legend: Team Evo

2. ແຊັມປະເພດເກມ Arena of Valor: Wawa Gaming

3. ແຊັມປະເພດເກມ LOL Wild Rift: Team Evo

4. ແຊັມປະເພດເກມ PUBG Mobile: Add Friend

5. ແຊັມປະເພດເກມ Freefire: Rosen

6. ແຊັມປະເພດເກມ League of legends: Yasuo Zero

7. ແຊັມປະເພດເກມ Valorant: Nine Esports

8. ແຊັມປະເພດເກມ Tekken7: Chabala

9. ແຊັມປະເພດເກມ E-football (PES): A’Toiy_LA

ສໍາລັບ ຜູ້ຊະນະຄັ້ງນີ້ເປັນຜູ້ຫຼິ້ນນທີ່ດີທີ່ສຸດຂອງປະເທດລາວຂອງປິ 2021 ແລະ ຈຳນວນໜຶ່ງແມ່ນຖຶກຄັດເລືອກເປັນຕົວແທນໃຫ້ແກ່ທີມຊາດລາວໃນການເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນລຳດັບຕໍ່ໄປ.
ຂ່າວ: ຫຼ້າ MKP; ຮູບ+ຂໍ້ມູນຈາກ: Lao e-Sports Federation