ສປປ ລາວ ກໍານົດສົ່ງ 30 ປະເພດກີລາລຸຍ ຊີເກມ ຄັ້ງທີ 31 ປີ 2022

353

ສປປ ລາວ ກໍານົດສົ່ງ 30 ປະເພດກີລາ ໃນນັ້ນ 18 ກີລາໃຊ້ງົບປະມານຂອງລົດຮອບດ້ານ ກຽມເຂົ້າຮ່ວມການແຂ່ງຂັນກີລາໃນງານມະຫະກໍາກີລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ທີ່ກໍານົດຈົດແຂ່ງຂັນຂຶ້ນໃນເດືອນພຶດສະພາ 2022.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ກະຊວງສຶກສາທິການ ແລະ ກີລາ ລາຍງານໃນກອງປະຊຸມສາມັນ ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ປະຈໍາປີ 2021 ເມື່ອທ້າຍອາທິດ ທີ່ຜ່ານມາວ່າ: ດັ່ງທີ່ຮູ້ ງານມະຫະກໍາກີລາ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ແມ່ນຈະຈັດຂຶ້ນໃນປີ 2021 ແຕ່ໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19 ເຮັດໃຫ້ຕ້ອງເລື່ອນການແຂ່ງຂັນ ແລະ ໄດ້ມີກອງປະຊຸມໃນຕົ້ນເດືອນທັນວາ 2021 ໄດ້ຕົກລົງກໍານົດວັນເວລາແຂ່ງຂັນອອກມາຢ່າງເປັນທາງການແລ້ວ ໂດຍຈະແຂ່ງຂັນລະຫວ່າງວັນທີ 12-23 ພຶດສະພາ 2022 ທີ່ນະຄອນຫຼວງຮາໂນ້ຍ ແລະ ບັນດາແຂວງອ້ອມຂ້າງ.

“ ອີງຕາມການການຕົກລົງ ແລະ ຄັດເລືອກເອົາກີລາເປົ້າໝາຍ ສປປ ລາວ ແມ່ນສາມາດກໍານົດ 30 ປະເພດກີລາເປົ້າໝາຍ ເພື່ອເຂົ້າຮ່ວມຊີເກມຄັ້ງທີ 31 ໂດຍອີງໃສ່ສະພາບຕົວຈິງ ແລະ ຜົນງານທີ່ຜ່ານມາ ຈິ່ງແບ່ງຄວາມຮັບຜິດຊອບດັງນີ້:
– 18 ປະເພດກີລາທີ່ມີຄວາມຫວັງ ແລະ ມີຜົນງານທີ່ໂດດເດັ່ນເຄີຍໄດ້ຫຼຽນໃນໄລຍະທີ່ຜ່ານມາ ເປັນກີລາທີ່ນໍາໃຊ້ງົບປະມານຂອງລັດຮອບດ້ານປະກອບດ້ວຍ (ເບິ່ງລາຍລະອຽດຂອງບົດລາຍງານເພີ່ມຕື່ມໄດ້ທີ່ວີດີໂອລຸ່ມນີ້)
-ສ່ວນອີກ 12 ປະເພດກີລາ ແມ່ນໃຊ້ງົບຈາກການຂົນຂວາຍຈາກ ສະຫະພັນກີລາຕ່າງໆ ແລະ ພາກສ່ວນອື່ນໆ ປະກອບມີ (ເບິ່ງລາຍລະອຽດ 30 ປະເພດກີລາມີກີລາໃດແດ່ໃນບົດລາຍງານເພີ່ມຕື່ມໄດ້ທີ່ວີດີໂອລຸ່ມນີ້)

ສໍາລັບຜົນງານຫຼ້າສຸດໃນຊີເກມຂອງ ສປປ ລາວ ສົ່ງ 25 ປະເພດກີລາເຂົ້າຮ່ວມຊີເກມຄັ້ງທີ 30 ທີ່ປະເທດຟິລິບປິນ ເມື່ອປີ 2019 ສາມາດຍາດໄດ້ 1 ຫຼຽນຄໍາ, 5 ຫຼຽນເງິນ ແລະ 29 ຫຼຽນທອງ ຈັດຢູ່ອັນດັບທີ 10 ຂອງຕາຕະລາງສະຫຼຸບຫຼຽນຈາກ 11 ປະເທດເຂົ້າຮ່ວມ ໂດຍອັນດັບທີ 11 ຕີມໍ ເລັສເຕ ມີ 1 ຫຼຽນເງິນ ແລະ 5 ຫຼຽນທອງ, ສ່ວນ ເຈົ້າຄອງຫຼຽນຄໍາເປັນຂອງເຈົ້າພາບ ຟິລິບປິນ ຍາດໄດ້ 149 ຫຼຽນຄໍາ, 117 ຫຼຽນເງິນ ແລະ 121 ຫຼຽນທອງ.