ພົບຜູ້ຕິດເຊື້ອທັງໝົດ 547 ຄົນ, ເສຍຊີວິດ 3 ຄົນ

213

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜາກົມຄວບຄົມ ແລະ ພະບາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນທີ 27 ທັນວາ 2021 ວ່່າ


ມາຮອດວັນທີ 26 ທັນວາ 2021, ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.250 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 547 ຄົນ (ຕິດເຊື້ອພາຍໃນ ມີ 546 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 546 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 204 ຄົນ, ຫຼວງນໍ້າທາ 93 ຄົນ, ສາລະວັນ 75 ຄົນ, ບໍ່ແກ້ວ 30 ຄົນ
ຫຼວງພະບາງ 26 ຄົນ, ວຽງຈັນ 20 ຄົນ, ຈໍາປາສັກ 16 ຄົນ, ຄໍາມ່ວນ 13 ຄົນ, ສະຫັວນນະເຂດ 12 ຄົນ


ອຸດົມໄຊ 12 ຄົນ, ຊຽງຂວາງ 11 ຄົນ, ໄຊຍະບູລີ 10 ຄົນ, ບໍລິຄໍາໄຊ 7 ຄົນ, ຫົວພັນ 7 ຄົນ, ໄຊສົມບູນ 3 ຄົນ, ອັດຕະປື 3 ຄົນ, ຜົ້ງສາລີ 2 ຄົນ, ເຊກອງ 2 ຄົນ


ສ່ວນກໍລະນີນຳເຂົ້າ 1 ຄົນ ມາຈາກແຂວງສະຫວັນນະເຂດ.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 106.778 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 328 ຄົນ (ເສຍຊີວິດໃໝ່ 3 ຄົນ).