ລັດວິສາຫະກິດ ຖືຮຸ້ນລາວ ມອບພັນທະອາກອນປີ 2021 ຈໍານວນ 38,54 ຕື້ກວ່າກີບ

286

ລັດວິສາຫະກິດ ຖືຮຸ້ນລາວ (ລຮລ) ໄດ້ມອບພັນທະອາກອນປະຈໍາປີ 2021 ຈໍານວນ 38,54 ຕື້ກວ່າກີບ, ພິທີມອບ-ຮັບດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ທັນວາ 2021 ຢູ່ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ຕາງໜ້າມອບຂອງທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ແລະ ກ່າວຮັບໂດຍ ທ່ານ ທໍາມະລົດ ຣາຊະພົນ ຮັກສາການຫົວໜ້າກົມສ່ວຍສາອາກອນ, ມີທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມທຸລະກິດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນຮອງປະທານສະພາບໍລິຫານ ລຮລ, ພ້ອມດ້ວຍຄະນະອຳນວຍການ,ຄະນະກົມສ່ວຍສາອາກອນ, ພ້ອມດ້ວຍພະນັກງານເຂົ້າຮ່ວມ.


ລັດວິສາຫະກິດຖືຮຸ້ນລາວ ແມ່ນໜຶ່ງໃນຈຳນວນວິສາຫະກິດທີ່ປະຕິບັດພັນທະອາກອນປະເພດຕ່າງໆຢ່າງຖືກ ຕ້ອງ, ຄົບຖ້ວນຕາມກົດໝາຍກໍານົດສະແດງໃຫ້ເຫັນເຖິງການມີສ່ວນຮ່ວມໃນການສ້າງສາພັດທະນາ ສປປ ລາວ ເພາະພັນທະອາກອນທີ່ ລຮລ ໄດ້ມອບເຂົ້າງົບປະມານນັ້ນກໍເປັນທຶນຮອນທີ່ລັດຖະບານນຳໃຊ້ເຂົ້າໃນການສ້າງສາ-ພັດທະນາປະເທດຊາດ.


ໃນການປະຕິບັດພັນທະມອບອາກອນເຂົ້າງົບປະມານລັດຕາມລະບຽບກົດໝາຍ, ປີ 2021 ລຮລ ໄດ້ມອບອາກອນລາຍໄດ້ລ່ວງໜ້າໃນໄລຍະ 6 ເດືອນຕົ້ນປີ 2021 ຈໍານວນ 1 ຕື້ກີບ ແລະ 6 ເດືອນທ້າຍປີຈໍານວນ 37,54 ຕື້ກ່ວາກີບ.
ໃນປີ 2021 ລຮລ ສາມາດປະຕິບັດພັນທະຕາມສັນຍາຈ່າຍຊຳລະຕົ້ນທຶນເງິນກູ້ຢືມ ແລະ ດອກເບັ້ຍໃຫ້ກະຊວງການເງິນ ໄດ້ທັງໝົດ 42,41 ລ້ານໂດລາສະຫະລັດ, ສຳລັບປີ 2022 ລຮລ ຈະມີລາຍຮັບຈາກການດໍາເນີນທຸລະກິດເພີ່ມຂຶ້ນຫຼາຍກ່ວາເກົ່າ ແລະ ຄາດຈະມອບພັນທະອາກອນເຂົ້າງົບປະມານລັດໄດ້ຫຼາຍຂຶ້ນພ້ອມທັງຈ່າຍຊຳລະໜີ້ເງິນກູ້ຢືມໃຫ້ກະຊວງການເງິນໄດ້ຄົບຖ້ວນຕາມສັນຍາ.


ລຮລ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ກຸມພາ 2005, ຊຶ່ງເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ຂຶ້ນກັບກະຊວງພະລັງງານ ແລະ ບໍ່ ແຮ່ ໂດຍມີກະຊວງການເງິນເປັນເຈົ້າຂອງທຶນ 100% ປັດຈຸບັນ ລຮລ ໄດ້ຮັບມອບໝາຍຈາກລັດຖະບານໃຫ້ເຂົ້າຮ່ວມຖືຮຸ້ນໃນ 4 ໂຄງການຄື: ໂຄງການໄຟຟ້ານ້ຳເທີນ 2 ຖືຮຸ້ນ 25%, ໂຄງການໄຟຟ້າຄວາມ ຮ້ອນຫົງສາ ຖືຮຸ້ນພາກໂຮງໄຟຟ້າ 20% ແລະ ພາກບໍ່ແຮ່ 25%, ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ ຖືຮຸ້ນ 24% ,ໂຄງການໄຟຟ້ານໍ້າງຽບ 1 ຖືຮຸ້ນ 25%.
ນອກນັ້ນ, ລຮລ ຍັງໄດ້ຮັບມອບໝາຍໃຫ້ດຳເນີນທຸລະກິດຈຳໜ່າຍຂີ້ເທົ່າລອຍ ແລະ ຢິບຊຳໃນໂຄງການໄຟຟ້າຄວາມຮ້ອນຫົງສາຕື່ມອີກ.