ຜົນງານທີມແພດໂພນທອງ ຜ່າຕັດຜູ້ຕິດໂຄວິດທີ່ໄສ້ຕິ່ງອັກເສບໄດ້ຢ່າງປອດໄພ

175

ເປັນເລື່ອງລາວດີໆທີ່ເກີດຂຶ້ນລະຫວ່າງປິ່ນປົວໂຄວິດ ແພດໝໍໃຫ້ຄວາມເອົາໃຈໃສ່ດູແລສອງຕໍ່ນອກຈາກປົວພະຍາດອັກເສບປອດແລ້ວຄືການປົວພະຍາດອື່ນນຳ ກໍລະນີນີ້ແມ່ນໂຊກຮ້າຍຕິດໂຄວິດແຖມໄສ້ຕິ່ງອັກເສບໃນເວລາດຽວກັນ ແຕ່ກໍ່ປອດໄພຍ້ອນຄວາມເອົາໃຈໃສ່ຂອງແພດໝໍ.

ໃນວັນທີ 25 ທັນວາ2021 ສູນຄຸ້ມຄອງກໍລະນີໂຄວິດ-19 ໂຮງໝໍເມືອງໂພນທອງ ແຂວງຈຳປາສັກໃດ້ ທຳການຜ່າຕັດໄສ້ຕີ່ງອັກເສບໃນ ຄົນເຈັບເພດຊາຍ ອາຍຸ 48ປີ , ໂພນສີໄຄ , ນະຄອນປາກເຊ, ແຂວງຈຳປາສັກ ເຊີ່ງແມ່ນຜູ້ທີ່ຕິດເຊື້ອໂຄວິດ-19 ກໍລະນີທີ 3 ຂອງສູນໂພນທອງເຊີ່ງຜົນຂອງການຜ່າຕັດດຳເນີນໃປດ້ວຍດີ ຄົນເຈັບປອດໄພ(ບົ່ງມະຕິຫຼັງຜ່າຕັດ: Perforated Appendicitis )


ແນວໃດກໍ່ຕາມແພດໝໍບອກວ່າ ເນື່ອງຈາກສະພາບການລະບາດຂອງໂຄວິດ-19 ເພີ່ມຂື້ນຫລາຍໃນແຂວງຈຳປາສັກດັ່ງນັ້ນຄວາມສາມາດທີ່ຈະເກິດໄສ້ຕີ່ງອັກເສບ ຫລື ພະຍາດຜ່າຕັດອື່ນໆ ກໍຫຼາຍຂື້ນ ຖ້າຕິດເຊື້ອໂຄວິດ_19_ໄດ້ທຳຜ່າຕັດຈະມີຄວາມສ່ຽງສູງໃນການວາງຢາສະຫລົບ_ໂດຍສະເພາະກໍລະນີທີ່ມີອັກເສບປອດຮ່ວມນຳ.


ການຜ່າຕັດຄັ້ງນີ້ສຳເລັດໄປດ້ວຍດີຍ້ອນໄດ້ຮັບການຊ່ວຍເຫຼືອຈາກລາຍຊື່ທີມງານແພດທີ່ເຮັດການຜ່າຕັດ ຫົວຫນ້າສູນໂພນທອງ
ດຣ ຄຳສະຫວັດ, ທີມໝໍຜ່າຕັດ ດຣ ອີນແປງ ສອນພະສັກ, ທີມວາງຢາສະຫຼົບ ພຊສ ວຽງໄຊ ພບ ບຸນມີ ແລະທີມສົ່ງເຄື່ອງມື ພບ ສາຄອນ