ອົງການອະນາໄມໂລກເຕືອນ! ຢ່າສະຫຼອງປີໃໝ່ນັ້ນຄືການເພີ່ມຄວາມສ່ຽງຕິດເຊື້ອ ແລະເສຍຊີວິດ

250

ການກິນດື່ມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເປັນປະເພນີຂອງທຸກປະເທດທີ່ເຮັດກັນໃນທຸກໆປະເທດ ໂດຍສະເພາະໃນຄືນຂ້າມຜ່ານ ແຕ່ຜ່ານມາແມ່ນບໍມີບັນຫາ ຫາກດຽວນີ້ຕ່າງອອກໄປໂຄວິດຍັງລາມໄປບໍ່ຢຸດ ດ້ວຍເຫດນີ້ການກິນດື່ມສັງສັນໃນວັນດັ່ງກ່າວນອກຈາກຈະສ່ຽງຕໍ່ການເກີດອຸບັດຕິເຫດແລ້ວຍັງສ່ຽງຕໍ່ການຕິດໂຄວິດ ແລະເສຍຊີວິດໄດ້ຍ້ອນ.

ນັກວິຊາການແພດໃນປະເທດອັງກິດພົບເຫັນວ່າຄົນເຈັບທີ່ຕິດໂຄວິດ19 ດ້ວຍສາຍພັນ omicron ແມ່ນມີອາການຄ້າຍໄຂ້ຫວັດລະດູການ, ດັ່ງນັ້ນເຂົາເຈົ້າຮຽກຮ້ອງໃຫ້ປະຊາຊົນອັງກິດທີ່ມີອາການຄ້າຍຄືເປັນຫວັດແມ່ນຕ້ອງຄຳນຶງເຖີງຕົນເອງອາດຕິດເຊື້ອໂຄວິດດັ່ງນັ້ນໃຫ້ຟ້າວໄປກວດຊອກຫາເຊື້ອ. ການສຶກສາໂດຍນຳໃຊ້ເຄື່ອງກວດແບບໄວໃນປະເທດອັງກິດຍັງພົບເຫັນວ່າມີຫຼາຍຄົນບໍ່ສະແດງອາການຫຍັງ ແຕ່ຜົນກວດເປັນບວກ ແລະ ພົບວ່າສາມາດສົ່ງເຊື້ອແກ່ຄົນອ້ອມຂ້າງໄດ້.

ສຳລັບປະເທດອາເມລິກາ ໂຄວິດ-ສາຍພັຍໂອມິກຣອນແມ່ນເປັນສາຍພັນທີ່ພົບຫຼາຍກວ່າສາຍພັນແດນຕາໄປແລ້ວ! ຕໍ່ໄພຂົ່ມຂູ່ຈາກການລະບາດດ້ວຍສາຍພັນໂອມິກຣອນ ລັດຖະບານຫຼາຍປະເທດແມ່ນໄດ້ອອກມາດຕະການຫ້າມໃຫ້ມີການໂຮມຊຸມນຸມຄົນຈຳນວນຫຼວງຫຼາຍໃນໄລຍະວັນສົ່ງທ້າຍປີເກົ່າ ແລະ ສົ່ງທ້າຍປີໃໝ່, ເຊັ່ນ: ປະເທດອິຕາລີ, ອິນເດັຍ, ອັງກິດ, ໂອດສະຕາລີ. ສຳລັບປະເທດທີ່ມີຊາຍແດນຮ່ວມກັບ ສປປ ລາວ, ແມ່ນໄດ້ມີການ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາຕ້ອງໄດ້ຈຳກັດບໍລິເວນໃນສະຖານທີ່ທາງການຮອງຮັບກ່ອນຈະອອກໄປເຄື່ອນໄຫວໄດ້, ບາງປະເທດໄດ້ມີມາດຕະການເຂັ້ມງວດໃນການກວດຂັນການເດີນທາງເຂົ້າອອກຕາມດ່ານຊາຍແດນສາກົນ ແລະ ລວມທັງການຂົນສົ່ງສີນຄ້າ.

ທ່ານອຳນວຍການໃຫຍ່ອົງການອະນາໄມໂລກ, ດຣ Tedros Adhanom Ghebreyesus, ໄດ້ອອກມາເຕືອນວ່າສາຍພັນ omicron ທີ່ກຳລັງລະບາດໃນຫຼາຍປະເທດໃນໂລກນັ້ນແມ່ນສາມາດແຜ່ເຊື້ອຕໍ່ຜູ້ໄດ້ສັກວັກຊິນປ້ອງກັນຄົບ ແລະ ຈຳນວນຜູ້ຕິດເຊື້ອຈະເພີ້ມເປັນສອງເທົ່າທຸກໆ 1.5-3 ວັນ, ຊຶ່ງຖືວ່າໄວກວ່າສາຍພັນເດວຕ້າຫຼາຍ. ຫົວໜ້າອົງການອະນາໄມໂລກໄດ້ອອກມາເຕືອນອີກວ່າ ໃນງານບຸນທີ່ສຳຄັນທີ່ກຳລັງຈະມານັ້ນຫຼາຍປະເທດທົ່ວໂລກແມ່ນຄາດຄະເນວ່າ “ຈະມີການເພີ່ມຂື້ນຂອງກໍລະນີຕິດເຊື້ອ, ຊຶ່ງສືບເນື່ອງມາຈາກການໂຮມຊຸມນຸມຂອງປະຊາຊົນຈຳນວນຫຼວງຫຼາຍ ແລະ ບໍ່ສາມາດຮັກສາໄລຍະຫ່າງໄດ້ ດັ່ງນັ້ນ ອາດຈະສົ່ງຜົນກະທົບຕໍ່ການບໍລິການຂອງລະບົບສາທາລະນະສຸກໃນຫຼາຍປະເທດ,  ດັ່ງນັ້ນ ທ່ານໄດ້ຮຽກຮ້ອງໃຫ້ສັງຄົມໃຫ້ໂຈະ ຫຼື ເລື່ອນການສະຫຼອງອອກໄປ. ເພາະ“ການຍົກເລີກງານສ້າງສັນທີ່ມີຄົນຈໍານວນຫຼາຍແມ່ນດີກ່ວາການສູນເສັຍຊີວິດ.