ນະຄອນຫລວງວຽງຈັນຕິດເຊື້ອໃໝ່ 500 ຄົນ ເຕືອນປະຊາຊົນສະຫຼອງບຸນປີໃໝ່ດີແທ້ຢ່າໃຫ້ມີ

237

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າ: ວັນທີ 24 ທັນວາ 2021 ຜ່ານມາ ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 11.248 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.007 ຄົນ (ຕິດເຊື້ອພາຍໃນ ມີ 1.005 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ).


ສຳລັບຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.005 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້: ນະຄອນຫຼວງ 500 ຄົນ; ອຸດົມໄຊ 107 ຄົນ; ຫຼວງພະບາງ 63 ຄົນ; ບໍ່ແກ້ວ 57 ຄົນ; ແຂວງວຽງຈັນ 54 ຄົນ; ຫຼວງນໍ້າທາ 46 ຄົນ; ຜົ້ງສາລີ 28 ຄົນ; ຊຽງຂວາງ 28 ຄົນ; ບໍລິຄຳໄຊ 24 ຄົນ; ໄຊສົມບູນ 24 ຄົນ; ຄຳມ່ວນ 21 ຄົນ; ສະຫວັນນະເຂດ 13 ຄົນ; ຈຳປາສັກ 13 ຄົນ; ຫົວພັນ 9 ຄົນ; ເຊກອງ 6 ຄົນ; ສາລະວັນ 5 ຄົນ; ໄຊຍະບູລີ 4 ຄົນ; ອັດຕະປື 3 ຄົນ.


ເຮັດໃຫ້ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 105.380 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1.246 ຄົນ, ກໍາລັງປິ່ນປົວ 10.475 ຄົນ ແລະ ເສຍຊີວິດສະສົມທັງໝົດ 317 ຄົນ (ເສຍຊີວິດໃໝ່ 12 ຄົນ).

ມື້ນີ້ອີກມື້ໜຶ່ງທີ່ຕົວເລກການຕິດເຊື້ອລາຍວັນທົ່ວປະເທດຍັງສູງກ່ວາ 1.000 ກໍລະນີ ແລະ ສຳລັບນະຄອນຫຼວງວຽງຈັນຍັງສູງກ່ວາ 500 ກໍລະນີຕໍ່ວັນ. ຕາມມາດ້ວຍຫຼວງພະບາງ, ແຂວງອຸດົມໄຊ, ບໍ່ແກ້ວ ແລະ ວຽງຈັນ. ສະພາບລວມທັງທ່າອ່ຽງຂອງພະຍາດແມ່ນຍັງບໍ່ທັນເປັນໜ້າໄວ້ວາງໃຈເທື່ອ ແລະ ແຕ່ລະວັນແມ່ນມີລາຍງານຈຳນວນການເສັຍຊີວິດທີ່ມີອັດຕາສູງສຳລັບ ປະເທດຂອງພວກເຮົາ.

ໃນເວລາດຽວກັນໂຄວິດສາຍພັນ “omicron” ແມ່ນກຳລັງລະບາດໃນຫຼາຍກວ່າ 106 ປະເທດ ແລະ ອົງການອະນາໄມໂລກ ໄດ້ຢັ້ງຢືນວ່າສາຍພັນໃໝ່ນີ້ແມ່ນມີຄວາມສາມາດແຜ່ໄວກວ່າສາຍພັນແດນຕາ ແລະ ປະເທດອັງກິດມີລາຍງານການຕິດເຊື້ອໂຄວິດຫຼາຍກວ່າໝູ່ໃນບັນດາປະເທດຢູໂຣບ ລວມເຖີງຈຳນວນການເສັຍຊີວິດຍ້ອນສາຍພັນ omicron. ອົງການອະນາໄມໂລກຍັງເວົ້າອີກວ່າສາຍພັນ omicron ສາມາດຕິດໃສ່ກຸ່ມຄົນທີ່ໄດ້ຮັບວັກຊີນແລ້ວ ແລະ ກຸ່ມທີ່ເຄີຍມີປະຫວັດຕິດເຊື້ອຜ່ານມາ. ເມື່ອມີຈຳນວນຕິດເຊື້ອສູງຂື້ນ ແນ່ນອນກໍ່່ຈະມີຊັດສ່ວນທີ່ຈະສະແດງອາການໜັັກ ແລະ ວິດກິດຂື້ນ ແລະ ສຸດທ້າຍຈຳນວນການເສັຍຊີວິດກໍ່ຈະເພີ້ມຂື້ນຕາມລຳດັບ.

ຕໍ່ເຫດຫານດັ່ງກ່າວ, ອົງການອະນາໄມໂລກ ຮຽກຮ້ອງໃຫ້ຫຼາຍປະເທດ ໃຫ້ງົດ ຫຼື ເລື່ອນການສະເຫຼີມສະລອງງານສົ່ງທ້າຍປີເກົ່າ ແລະ ຕອນຮັບປີໃໝ່ອອກໄປ ເພາະມີຄວາມສ່ຽງສູງທີ່ສຸດທີ່ຜູ້ຄົນຈະອອກມາສະເຫຼີມສະຫຼອງກັນ ແລະ ໂອກາດການຕິດເຊືອແມ່ນສູງ ແລະ ຈະເຮັດໃຫ້ສະຖານທີ່ບໍລິການສາທາລະນະສຸກຈະໄດ້ຮັບພາລະໜັກໜ່ວງ ເຊັ່ນ: ຈຳນວນຄົນເຈັບລົ້ນຕຽງ ແລະ ໂອກາດທີ່ພະນັກງານແພດ ແລະ ພະນັກງານດ່ານໜ້າຈະຕິດເຊື້ອ ແລະ ສົ່ງຜົນສະທ້ອນຕໍ່ການບໍລິການສາທາລະນະສຸກ ລວມທັງ ການບໍລິການສາທາລະນະຢ່າງແນ່ນອນ.