ຝັນເປັນຈິງ ອານຸສອນ ເຊັນສັນຍາກຽມໄປທົດສອບກັບສະໂມສອນທີ່ປະເທດແອັດສະປາຍ (ຄລິບ)

293

ກ່ອນໜ້ານີ້ ອານຸສອນ ຕິດທີມຊາດລາວ ຢູ 23 ລຸຍການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮອບຄັດເລືອກ ຮຸ່ນອາຍຸບໍ່ເກີນ 23 ປີທີ່ປະເທດມົງໂກລີ ເຊິ່ງຫຼັງຈົບການແຂ່ງຂັນດັ່ງກ່າວ ກໍມີຂ່າວດີເມື່ອສື່ໄທ ແລະ ສື່ລາວຫຼາຍລາຍງານວ່າ ອານຸສອນ ກຽມໄປທົດສອບກັບສະໂມສອນໃນຕ່າງປະເທດເປັນຄັ້ງທໍາອິດໃນຊີວິດ ຫຼ້າສຸດ ອານຸສອນ ໄຊປັນຍາ ກອງກາງເດັກປັ້ນຂອງ ເອສະຣາ ເອັຟຊີ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເຊັນສັນຍາຢ່າງເປັນທາງການກັບ URDream Agency ກຽມໄປທົດສອບ ສະໂມສອນລີກ 2 ໃນປະເທດສະເປນ ໃນກາງເດືອນມັງກອນ 2022.

ຈົນຫຼ້າສຸດ ໃນທ້າຍອາທິດທີ່ຜ່ານມາ ພິທີເຊັນສັນຍາຈັດຂຶ້ນຢ່າງເປັນທາງການ ທີ່ສະໂມສອນ ເອສະຣາ ເອັຟຊີ ໂດຍ ອານຸສອນ ໄຊປັນຍາ ເຊັນສັນຍາກັບ URDream Agency ຕາງໜ້າແມ່ນທ່ານ Nouxay Xay Kamsaly ເອເຈນທີ່ເປັນຄົນລາວ ໂດຍມີ ທ່ານ Issac Kim ຜູ້ຈັດການສະໂມສອນ ເອສະຣາ ເອັຟຊີ ເປັນສັກຂີພິຍານ.

ອານຸສອນ ເປີດເຜີຍຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ເປັນຄວາມພາກພູມໃຈທີ່ສຸດ ແລະ ຝັນເປັນຈິງແລ້ວ ໃນທີ່ສຸດນ້ອງກໍໄດ້ໄປຫາປະສົບການກັບສະໂມສອນໃນລີກຕ່າງປະເທດຄັ້ງທໍາອິດກັບ ສະໂມສອນໃນລີກ 2 ຂອງປະເທດແອັດສະປາຍ ເຊິ່ງຈະເປັນໂອກາດຄັ້ງໃຫຍ່ທີ່ສຸດຂອງຕົວເອງ ແລະ ການໄປທົດສອບຄັ້ງນີ້ແມ່ນທົດສອບ 3 ເດືອນກ່ອນ ຖ້າຜ່ານກໍຕ້ອງລຸ້ນກັນຕໍ່ໄປ ໂດຍຈະອອກເດີນທາງໄປໃນກາງເດືອນມັງກອນ 2022 (ເບິ່ງປະຫວັດຂອງ ອານຸສອນ ນັບແຕ່ມື້ເລີ່ມຫຼິ້ນບານເຕະ ຈົນເຖິງປັດຈຸບັນກຽມໄດ້ປະຕູຫຼິ້ນໃນລີກ 2 ຂອງປະເທດແອັດສະປາຍ ໄດ້ທີ່ວີດີໂອລຸ່ມນີ້ )

ຂ່າວ: ຫຼ້າ MKP; ຮູບຈາກ: EZRA FOOTBALL CLUB