ກະຊວງແຮງງານເຕືອນ! ຢ່າຫຼົງເຊື່ອການໂຄສະນາຮັບຄົນໄປເຮັດວຽກຢູ່ອົດສະຕາລີ

257

ທຸກວັນນີ້ ສື່ສັງຄົມອອນລາຍມາແຮງ ໃຜກໍ່ສາມາດເປັນນັກຂ່າວໄດ້ ແລະປະຊາຊົນຜູ້ໃດທີ່ມີແອັບໂຊຊຽວໃນມືກໍ່ສາມາດເຂົ້າເຖິງຂໍ້ມຸນຂ່າວສານໄດ້ ແຕ່ຈະເປັນຂໍ້ມູນທີ່ແທ້ຫຼທປອມນັ້ນ ຜູ້ທີ່ຮັບຂໍ້ມູນຕ້ອງເປັນຄົນພິຈາລະນາ ອັນສຳຄັນຢ່າຕົກເປັນເຫຍື່ອຂອງກຸ່ມຄົນທີ່ບໍ່ຫວັງດີ ສວຍໂອກາດຕົວະຕົ້ມ ຫຼື ປ່ັນປ່ວນສັງຄົມ.

ຈາກຂໍ້ມູນທີ່ບໍ່ເປັນທາງການ ຫເັນວ່າໄດ້ມີການໂຄສະນາຜ່ານທາງເພສຕ່າງໆ ກ່ຽວກັບ ການສະໝັກຮັບເອົາແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຂອງບັນດານາຍໜ້າຮັບຈັດຫາງານ, ໂດຍອ້າງອີງເຖິງໂຄງການອອກວິຊ່າກະສິກຳ ເພື່ອໄປເຮັດວຽກຢູ່ປະເທດອົດສະຕາລີ ນັ້ນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມອົງການຈັດຫາງານ ໃຫ້ຮູ້ວ່າ ປະຈຸບັນ ລັດຖະບານລາວ ຍັງບໍ່ທັນມີການຮ່ວມມືທີ່ຈະສົ່ງອອກແຮງງານໄປປະເທດດັ່ງກ່າວເທື່ອ ພຽງແຕ່ຫາລືເປັນແຜນໃນອະນາຄົດເທົ່ານັ້ນ.


ເພື່ອເປັນການສ້າງຄວາມເຂົ້າໃຈທີ່ຖຶກຕ້ອງໃຫ້ແກ່ສັງຄົມ, ຊຶ່ງປະຈຸບັນໄດ້ມີບັນດານາຍໜ້າຈຳນວນໜຶ່ງໂຄສະນາຜ່ານທາງສື່ສັງຄົມອອນລາຍ ກ່ຽວກັບການຍື່ນຂໍ້ສະເໜີໃນການສະໝັກໄປເຮັດວຽກຢູ່ປະເທດອົດສະຕາລີ, ໂດຍຜ່ານໂຄງການອອກວີຊ່າກະສິກຳ, ແຕ່ໃນຄວາມເປັນຈິງລັດຖະບານລາວ ແລະ ລັດຖະບານອົດສະຕາລີ ຍັງບໍ່ທັນມີການເຊັນບົດບັນທຶກຄວາມເຂົ້າໃຈໃນການຈະຈັດສົ່ງແຮງງານລາວເພື່ອໄປເຮັດວຽກຢູ່ປະເທດດັ່ງກ່າວເທື່ອ.

ບັນຫານີ້ ຍັງເປັນການຫາລືໂອກາດທີ່ທ່ານ Paul Kelly ເອກອັກຄະລັດຖະທູດແຫ່ງ ອົດສະຕາລີ ປະຈຳ ສປປລາວ ເຂົ້າພົບປະກັບທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ໃນວັນທີ 3 ທັນວາ ຜ່ານມາ, ຊຶ່ງໃນໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງ ຮສສ ກໍ່ໄດ້ສະເໜີຕໍ່ທ່ານເອກອັກຄະລັດສະທູດ ໃນການສ້າງໂອກາດໃຫ້ແກ່ແຮງງານລາວໄດ້ໄປເຮັດວຽກຕາມໂຄງການອອກວິຊ່າກະສິກຳ ຢູ່ປະເທດອົດສະຕາລີ ແລະຄາດຫວັງວ່າ ໃນຕໍ່ໜ້າ ສອງລັດຖະບານ ລາວ-ອົດສະຕາລີ ຈະໄດ້ຮ່ວມມືໃນການເປີດຮັບເອົາແຮງງານລາວ ໄປຮັດວຽກຢູ່ປະເທດອົດສະຕາລີ ຄືກັບບັນດາປະເທດອື່ນໆນຳ.


ໂອກາດດຽວກັນ, ທ່ານເອກອັກຄະລັດສະທູດ ຍັງໃຫ້ຮູ້ວ່າ ລັດຖະບານອົດສະຕາລີ ໄດ້ພິຈາລະນາໂຄງການອອກວີຊ່າກະສິກຳ ເພື່ອຊ່ວຍບັນຫາການຂາດແຄນແຮງງານຂອງປະເທດອົດສະຕາລີ ໂດຍສະເພາະ ແຮງງານທີ່ມີສີມືລະດັບກາງ ແລະ ລະດັບຕ່ຳ ເຊິ່ງການອອກວີຊ່າດັ່ງກ່າວ ຈະບໍ່ສະເພາະແຕ່ຂົງ ເຂດກະສິກຳ ແຕ່ຈະຂະຫຍາຍໄປສູ່ຂະແໜງການປະມົງ, ປ່າໄມ້ ແລະ ຂະແໜງປຸງແຕ່ງຊີ້ນ, ໂດຍໂຄງການດັ່ງກ່າວນີ້ຜ່ານມາ ແມ່ນຈະໃຫ້ແຕ່ບັນດາປະເທດທີ່ເຄີຍສົ່ງແຮງງານໄປ ປະເທດອົດສະຕາລີ ກ່ອນ ແຕ່ກໍ່ກຳລັງພິຈາລະນາໃຫ້ປະເທດອື່ນທີ່ຍັງບໍ່ເຄີຍສົ່ງແຮງງານໄປໄດ້ຄືກັນ ລວມທັງ ປະເທດລາວ ໂດຍຈະເລີ່ມໃນກາງປີ 2022.


ເຊິ່ງໃນການພົບປະ ແລະ ຫາລື ຄັ້ງນີ້ ກໍຖືວ່າຍັງເປັນພຽງການສະເໜີເພື່ອຄວາມເປັນໄປໄດ້ໃນອະນາຄົດ, ແຕ່ຍັງບໍ່ທັນມີການເຊັນສັນຍາຮ່ວມມືທີ່ຈະສົ່ງແຮງງານໄປຍັງປະເທດດັ່ງກ່າວເທື່ອ. ດັ່ງນັ້ນ, ເພື່ອບໍ່ໃຫ້ແຮງງານລາວ ຕົກເປັນເຫຍື່ອຂອງນາຍໜ້າຕົວະຍົວະຫຼອກລວງເອົາຄົນ ເຊິ່ງຈະນຳໄປສູ່ການສູນເສຍຊັບສິນ ແລະ ການຖືກເອົາລັດເອົາປຽບດ້ານການຂູດຮີດແຮງງານ, ສ່ວນໃຜທີ່ສົນໃຈວ່າປະຈຸບັນມີການການຈັດສົ່ງແຮງງານໄປປະເທດໃດແດ່ນັ້ນ ກໍ່ສາມາດເຂົ້າພົວພັນໄດ້ທີ່ ກົມການຈັດຫາງານ ຂອງກະຊວງ ຮສສ ຫລື ສູນບໍລິການຈັດຫາງານ, ຈຸດບໍລິການຈັດຫາງານ ໃນຂອບເຂດທົ່ວປະເທດ, ທັງນີ້ກໍເພື່ອເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານເອງ.


ສຳລັບທ່ານໃດທີ່ມີຄວາມຕ້ອງການ ຍາກມີວຽກເຮັດງານທຳຢູ່ພາຍໃນແລະຕ່າງປະເທດ ສາມາດໂທສອບຖາມຂໍ້ມູນໄດ້ສາຍດວ່ນກະຊວງແຮງງານ 1535 ຫຼື 1511.
(ຂ່າວສານຮສສ)