ຢູຟາ ປັບໃຫ້ ສະເປີ ເສຍ ແຣນສ໌ 0-3 ຕົກຮອບລາຍການ ຄອນເຟີເຣນຊ໌ລີກ ຫຼັງຫາວັນແຂ່ງບໍ່ໄດ້

211

ທ໊ອດແນມຮ໊ອດ ສະເປີ ສະໂມສອນໃນພຣີເມຍລີກ ອັງກິດ ຖືກ ສະຫະພັນບານເຕະເອີຣົບ ( ຢູຟາ ) ປັບໃຫ້ເສຍໃຫ້ກັບ ແຣນສ໌ 0-3 ຕາມລະບຽບ ຫຼັງຈາກທີ່ນັດດັ່ງກ່າວ ຫາວັນແຂ່ງຂັນບໍ່ໄດ້ ເນື່ອງຈາກນັກເຕະຂອງ ສະເປີ ຕິດໂຄວິດ ເຖິງ 8 ຄົນ ແລະ ເຈົ້າໜ້າທີ່ຕິດອີກ 5 ຄົນ.

ກ່ອນໜ້ານີ້ ຢູຟາ ປະກາດເລື່ອນອອກໄປ ຈົນກະທັ້ງຫຼ້າສຸດທັງ 2 ສະໂມສອນ ຍັງບໍ່ສາມາດຫາວັນແຂ່ງຂັນໄດ້ ເຮັດໃຫ້ ສະເປີ ຖືກປັບໃຫ້ເສຍ 0-3 ແລະ ຕົກຮອບລາຍການ ຢູໂຣປາ ຄອນເຟີເຣນ ລີກ ໄປເປັນທີ່ຮຽບຮ້ອຍ ເຮັດໃຫ້ ວິເທສ ທີມຈາກລີກໂຮນລັງ ຈະຂຶ້ນມາເປັນອັນດັບ 2 ຂອງກຸ່ມ G, ສ່ວນແຊັມກຸ່ມເປັນຂອງ ແຣນສ໌ ເຂົ້າຮອບ 16 ທີມສຸດທ້າຍ.

ຢູຟາ ຖະແຫຼງການວ່າ: “ ຄະນະກໍາມະການອຸທອນຂອງ ຢູຟາ ໄດ້ຕັດສິນໃຈວ່າ ການແຂ່ງຂັນບານເຕະ ຢູໂຣປາ ຄອນເຟີເຣນຊ໌ ລີກ ຮອບແບ່ງກຸ່ມ ລະດູການ 2021-2022 ຄູ່ລະຫວ່າງ ສະເປີ ພົບກັບ ແຣນສ໌ ທີ່ກໍານົດແຂ່ງຂັນວັນທີ 9 ທັນວາ 2021 ເຫັນວ່າ ສະເປີ ບໍ່ສາມາດແຂ່ງຂັນໄດ້ ເຮັດໃຫ້ຖືກປັບໃຫ້ເສຍ 0-3 ຕາມລະບຽບຂອງ ຢູໂຣປາ ຄອນເຟີເຣນລີກ ”.

ສໍາລັບ ກຸ່ມ G ແຂ່ງຄົບ 6 ນັດແຊັມກຸ່ມເປັນຂອງ ແຣນ ມີ 14 ຄະແນນ ເຂົ້າຮອບ 16 ທີມໃນຖານະແຊັມກຸ່ມ ແລະ ອັນດັບ 2 ວີເທສ ມີ 10 ຄະແນນ ໄປແຂ່ງຂັນໃນຮອບເພລອ໊ອຟ ເພື່ອລຸ້ນເຂົ້າຮອບ 16 ທີມ, ສ່ວນ ສະເປີ ມີ 7 ຄະແນນ ແລະ ມູຣາ ມີ 3 ຄະແນນຕົກຮອບ.